ເຈົ້າ​ຊຸນ​​ຕານ​ບ​ຣູ​ໄນ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14
2017-05-04 16:20:18  cri 
    ຕາມ​ຂ່າວ​ສານ​ຈີນ: ສົມ​ເດັດ ​ຮັດ​ຊາ​ນານ ໂບ​ນເກຍ ເຈົ້າ​ຊຸນ​​ຕານ​ບ​ຣູ​ໄນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ເຊີນອູ ປະ​ທານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​​ໃນ​ໂອ​ກາດ​ຢ້ຽມ​ຢາມ​ຢູ່​ນະ​ຄອນຫຼວງ​​ບັນ​ດາເຊ​ຣີ​ເບ​ກາ​ວັນ​ໃນ​ວັນ​ທີ 3 ພຶດ​ສະ​ພານີ້, ແລະ​ໃນ​ໂອ​ກາ​ດ​ດັ່ງ​ກ່າວ, ສົມ​ເດັດ​​ກໍ​ໄດ້ກ່າວ​ວ່າ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ໄດ້​ເປັນ​ເວ​ທີ​ສຳ​ຄັນ​ສຳ​ລັບ​ອາ​ຊຽນ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວ​ພັນແລະ​ການ​ແລກ​ປ່ຽນຮ່ວມ​ມື​ກັບ​ຈີນ ແລະ​ ເຂດກວາງ​ຊີ, ​ໃນ​ຖາ​ນະບ​ຣູ​ໄນ​ແມ່ນ​ປະ​ເທດ​ກະ​ຕິ​ມະ​ສັກ​ຂອງ​ງານ​ດັ່ງ​ກ່າວ​ໃນ​ປີນີ້, ຕົນ​ຈະ​ນຳ​ພາ​ຄະ​ນະ​ເຂົ້າ​ຮ່ວມ.

    ສອງ​ຝ່າຍ​ຍັງ​ໄດ້​​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ສ້າງ​ແລວ​ທາງ​ເສດ​ຖະ​ກິດບ​ຣູ​ໄນ-ກວາງ​ຊີ​ຮ່ວມ​ກັນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ