ຈີນສະ​ໜອງ​ລົດ​ເມ​ຮ້ອຍ​ຄັນ​ໃຫ້​ກຳ​ປູ​ເຈຍ
2017-05-04 16:25:17  cri 
    ທ່ານ ອັນ​ຊົກ​ຮິມ ຫົວ​ໜ້າ​ພະ​ແນກ​ຄຸ້ມ​ຄອງ​ລົດ​ເມ​ນະ​ຄອນຫຼວງ​ພະ​ນົມ​ເປັນ ກ່າວ​ໃນ​ວັນ​ທີ 3 ​ພຶດ​ສະ​ພານີ້​ວ່າ, ລົດ​ເມ​ຮ້ອຍ​ຄັນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຈີນນັ້ນ ຈະ​ແລ່ນ​ບໍ​ລິ​ການ​ຢູ່​ພະ​ນົມ​ເປັນ.

    ປັດ​ຈຸ​ບັນ, ຢູ່​ໃຈ​ກາງ​ເມືອງ​ພະ​ນົມ​ເປັນ ​ມີ​​ລົດ​ເມ ​57 ຄັນແລ່ນ​ບໍ​ລິ​ການ​ໃນສາມ​ສາຍ ໂດຍທ່ານ ເກັບ​ຊຸກ​ເຕ​ມາ ເຈົ້າ​ຄອງ​ນະ​ຄ​ອນຫຼວງ​ພະ​ນົມ​ເປັນ​ກ່າວ​ວ່າ, ປັດ​ຈຸ​ບັນ, ການ​ດຳ​ເນີນ​ທຸ​ລະກິດ​ລົດ​ເມ​ປະ​ສົບ​ບັນ​ຫາ​ການ​ຂາດ​ທຶນ ແຕ່​ອຳ​ນາດ​ການ​ປົກ​ຄອງ​ຍັງ​ຈຳ​ເປັນ​ຕ້ອງ​ສຸມ​ໃສ່​ການ​ບໍ​ລິ​ການ​ຂອງ​ລົດ​ເມ.

    ທ່ານ ອັນ​ຊົກ​ຮິມ ກ່າວ​ວ່າ,​ຕາມແຜນ​ແລ້ວ, ລົດ​ເມ​ທີ່​ຈະ​ປະ​ກອບ​ແລ່ນ​ບໍ​ລິ​ການ​ຢູ່​ສາຍ​ໃໝ່​ນັ້ນ​ຈະ​ເນັ້ນ​ໃສ່​ຈຸດ​ທີ່​ມີ​ວິ​ສາ​ຫະ​ກິດ, ​ບ່ອນ​ພັກ​ອາ​ໄສ, ໂຮງ​ຮຽນ,ໂຮງ​ໝໍ ແລະ​ຕະຫຼາດ​.

    ທ່ານ ເມ​ສ​ຈັນ​ຢາ​ດາ ໂຄ​ສົກ​ຜູ້​ໃໝ່​ຂອງ​ອຳ​ນາດ​ການ​ປົກ​ຄອງ​ພະ​ນົມ​ເປັນ​ເປີດ​ເຜີຍ​ຮູ້​ວ່າ, ນັບ​ແຕ່​ເປີດ​ບໍ​ລິ​ການ​ລົດ​ເມ​ໃນ​ປີ 2014 ເປັນ​ຕົ້ນ​ມາ, ໄດ້​ຂາດ​ທຶນ 2 ລ້ານກວ່າ​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ