ເຂດ​ກວາງ​ຊີ​ແລະ​ອາ​ຊຽນ​ຮ່ວມ​ກັນ​ສົ່ງ​ເສີມ​ທຸ​ລະ​ກິດ​ໄມ້
2017-05-04 16:29:34  cri 
    ຕາມ​ຂ່າວ​ສານ​ຈີນ: ພະ​ແນກ​ກວດ​ຄົນ​ເຂົ້າ​ເມືອງ, ກວດ​ກາ ແລະ​ກັກ​ກັນ​ພະ​ຍາດ​ເຂດກວ​າງ​ຊີ ສ​ປ ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 4 ພຶດ​ສະ​ພານີ້​ວ່າ, ​ປີ 2016 ຜ່ານ​ມາ, ​ໄມ້​ທ່ອນ 9 ແສນ 2 ໝື່ນ 7 ພັນ​ແມັດ​ກ້ອນທີ່​ມີ​ມູນ​ຄ່າ 109 ລ້ານ​ໂດ​ລາ​ໄດ້​ນຳເຂົ້າປະ​ເທດ​ຈີນ​​ຜ່ານດ່ານກວາງ​ຊີ ແລະຈາກນີ້ ​ຈຶ່ງ​ເຮັດ​ໃຫ້ດ່ານກວາງ​ຊີ​ກາຍ​ເປັນ​ດ່ານ​ສຳ​ຄັນ​ແຫ່ງ​ໜຶ່ງ​ທີ່​ນຳ​ເຂົ້າ​ໄມ້​ທ່ອນ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ຂະ​ນະ​ດຽວ​ກັນ, ບາງປະ​ເທດ​ໃນ​ອາ​ຊຽນ ຄື​ຫວຽດ​ນາມ​ແລະ​ມຽນ​ມາ​ ໄດ້ກາຍ​ເປັນ​ປະ​ເທດ​ທີ່​ສົ່ງ​ອອກ​ໄມ້​ທ່ອນ​ສູ່​ເຂດກວາງ​ຊີ ເຊິ່ງ​ເປັນ​ການຕອບ​ສະ​ໜອງ​ໃນ​ການ​ສົ່ງ​ເສີມ​ທຸ​ລະ​ກິດ​ໄມ້ຂອງ​ຈີນ.

    ເພື່ອ​ສ້າງ​ເວ​ທີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ປ່າ​ໄມ້​ຈີນ-ອາ​ຊຽນ, ກອງ​ເລ​ຂາ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ໄດ້​ຈັດ​ງານ​ວາງ​ສະ​ແດງ​ປ່າ​ໄມ້​​ສະ​ເພາະ​ ເຖິງ 7 ເທື່ອຢູ່​ເມືອງ​ນານ​ນິງນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາ, ເຊິ່ງ​ແມ່ນ​ງານ​ວາງ​ສະ​ແດງ​ທີ່​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ໃນ​ອາ​ຊຽນ​ເຂົ້າ​ຮ່ວມຫຼາຍ​ທີ່​ສຸດ ແລະ​ໄດ້​ກາຍ​ເປັນ​ເວ​ທີ​ອັນ​ສຳ​ຄັນ​ໃນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມືໃນ​ຂະ​ແໜງ​ການ​ປ່າ​ໄມ້​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ