ສ ເກົາຫຼີເລືອກຕັ້ງປະທານາທິບໍດີລ່ວງ​ໜ້າເປັນຄັ້ງທຳອິດ
2017-05-05 16:23:59  cri 
ສ ​ເກົາຫຼີ​ໄດ້​​ດຳ​ເນີນການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ຊຸດ​ທີ 19 ​​ລ່ວງ​ໜ້າ​ເປັນ​ຄັ້ງ​ທຳ​ອິດໃນວັນທີ 4 ​ພຶດສະພາ​ນີ້​.

"ການເລືອກ​ຕັ້ງ​ປະທານາທິບໍດີລ່ວງ​ໜ້າ"  ຄືການ​ອະນຸຍາດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ໃຊ້​ສິດລົງ​ຄະ​ແນນ​ລ່ວງ​ໜ້າ​​ເນື່ອງ​ຈາກ​ອາດ​ຈະພົບສາ​ເຫດ​ໃດ​ໜຶ່ງ​ໃນ​ວັນ​ເລືອກ​ຕັ້ງ​ປະທານາທິບໍດີ, ຂະນະ​ດຽວ​ກັນ​ກໍ​ຫວັງ​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກະຕືລື​ລົ້ນ​ຫຼາຍ​ຂຶ້ນ. ສ່ວນ​​ເວລາ​ການ​ປ່ອນ​ບັດ​ລ່ວງ​ໜ້າ​​ໄດ້​ກຳນົດ​ແຕ່​ 6 ​ໂມງ​ຫາ​ 18 ​ໂມງ​ຂອງ​ວັນ​ທີ 4-5 ພຶດສະພາ​ນີ້​ໂດຍ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສາມາດ​ຖື​ບັດ​ຢັ້ງຢືນສິດ​ໄປ​ປ່ອນ​ບັດ​ຢູ່​ໜ່ວຍ​ເລືອກຕັ້ງ​​ທຸກ​ແຫ່ງໄດ້​​ໃນທົ່ວ​ປະ​ເທດ​​ແລະ​ບັດ​ທີ່​ລົງ​ຄະ​ແນນລ່ວງ​ໜ້າ​ຈະ​ໄດ້​ນັບລວມ​ເປັນ​ຄັ້ງ​ສຸດ​ທ້າຍຫຼັງ​ສຳ​ເລັດການ​ເລືອກ​ຕັ້ງ​ທົ່ວ​ໄປ.

ເນື່ອງ​ຈາກ​ນາງ​ປັກ​ກຸນ​ເຮ​ຖືກ​ຖອນ​ອອກ​ຕຳ​ແໜ່​ງ, ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສ ​ເກົາຫຼີ​ຈະ​ຈັດ​ຂຶ້ນ​ໃນ​ເດືອນທັນວາ​ປີ​ນີ້​ແລະ​ດ້ວຍ​ເຫດຜົນ​ດັ່ງກ່າວ​ຈຳ​ເປັນ​ຕ້ອງ​ໄດ້​ເລືອກ​ຕັ້ງລ່ວງ​ໜ້າ​ໃນ​ວັນ​ທີ 9 ພຶດສະພາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ