ລິບປິນ​ແ​ລະຣັດ​ເຊຍ​ຈະ​ຮ່ວມ​ມື​ທາງ​ການ​ທະຫານ
2017-05-05 16:31:40  cri 
ທ່ານ​ເດ​ວຟິນ ​ໂລ​ເຣັນຊາ​ນາ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນ​ເປີດ​ເຜີຍ​ໃນ​ວັ​ນທີ 4 ພຶດສະພາ​ນີ້​ວ່າ:ປະເທດຕົນຈະ​ເຊັນ​ສັນຍາ​ຮ່ວມ​ມື​ທາງ​ການ​ທະຫານ​ກັບຣັດ​ເຊຍ​ໃນ​ເດືອນ​ນີ້.

ໃນໂອກາດນີ້, ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນຈະ​ຢ້ຽມຢາມຣັດ​ເຊຍ​ໃນ​ເດືອນ​ນີ້, ທ່ານ​ໂລ​ເຣັນຊາ​ນາກໍໄດ້ກ່າວ​ຢືນຢັນ​ວ່າຕົນ​ຈະຮ່ວມກັບ​ທ່ານ​ເຊີ​ເກ ຊອຍ​ກູ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ​ລົງ​ນາມ​ໃນ​ສັນຍາ​ຂອບ​ຮ່ວມ​ມື​ທາງ​ການ​ທະຫານ​ສະ​ບັບ​ໜຶ່ງ​ເພື່ອ​ກຳນົດ​ຂອບ​ເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ​ແລະ​ສອງ​ກອງທັບ.

ທ່ານ​ໂລ​ເຣັນຊາ​ນາ​ຢືນຢັນອີກ​ວ່າ: ຫຼັງ​ຈາກ​ສອງ​ປະ​ເທດ​ລົງ​ນານ​​ສັນຍາ​ຮ່ວມ​ມື​ທາງ​ການ​ທະຫານ​ຢ່າງ​ເປັນ​ທາງ​ການ​ແລ້ວ, ຕົນ​ຈະເນັ້ນພິຈາລະນາ​ອາວຸດຍຸດ​ໂທ​ປະກອນ​ທີ່ຣັດເຊຍສາມາດສະໜອງໃຫ້​ກອງທັບ​ຟີ​ລິບ​ປິນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ