ເຮືອບິນໂດຍສານC919ທີ່​ຈີນ​ຜະລິດ​ເອງ​ປະສົບ​ຜົນສຳ​ເລັດ​ໃນ​ການບິນ​ເທື່ອ​ທຳ​ອິດ
2017-05-05 16:57:29  cri 

ເຮືອບິນC919​ ​ເຊິ່ງ​ເປັນ​ເຮືອບິນໂດຍສານ​ຂະໜາດ​ໃຫຍ່ທີ່​ຈີນ​ຜະລິດ​ເອງ​ລຳ​ທຳ​ອິດ​ໄດ້​ບິນ​ຂຶ້ນ​ຈາກ​ສະໜາມ​ບິນ​ຜູ​ຕຸ່ງນະຄອນ​ຊຽງ​ໄຮ​ໃນ​ວັນ​ທີ 5 ພຶດສະພາ​ນີ້ ​ໂດຍ​ກາຍ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຝັນ​ແລະ​ຄວາມ​ພະຍາຍາມ​ສູ້​ຊົນ​ຜະລິດ​ເຮືອບິນ​ຂະໜາດ​ໃຫຍ່ຂອງຄົນຈີນ​ມາ​ເປັນ​ເວລາ 10 ປີ​ນັ້ນ​ໄດ້​ປາກົດ​ຜົນ​ເປັນ​ຈິງ​ແລ້ວ.

ນັບ​ແຕ່​ສ້າງ​ຕັ້ງ​ໂຄງການ​ຄົ້ນຄວ້າ​ຜະລິດ​ເຮືອບິນ​ຂະໜາດ​ໃຫຍ່​ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ​ກຸມພາ2007ລວມທັງ​ສຳ​ເລັດ​ການ​ຜະລິດ​ເຮືອບິນ C919ໃນ​ວັນ​ທີ 2 ພະຈິກ 2015 ​​ແລະການບິນ​ເທື່ອ​ທຳ​ອິດ​ໃນ​ວັນ​ທີ 5 ພຶດສະພາ 2017 ນີ້​ເປັນ​ຜົນ​ມາກ​ຈາກ​ການວາງ​ແຜນ​ແລະ​ບຸກທະລຸ​ເຕັກນິກທີ່​ເປັນຂໍ​ກະ​ແຈ 102 ລາຍການ​ຂອງ​ນັກ​ຄົ້ນຄວ້າ​ວິທະຍາສາດ​ຈີນ ​ແລະ​​ໃນ​ທີ່​ສຸດ​ກໍປະສົບ​ຜົນສຳ​ເລັດ​ໃນການ​ຜະລິດ​ເຮືອບິນ​ຂະໜາດ​ໃຫຍ່​ລຳ​ທຳ​ອິດຄືດັ່ງກ່າວ.

ກາ​ນກຳ​ເນີ​ດ​ເກີດ​ຂຶ້ນຂອງ​ເຮືອບິນ C919​ຈະ​ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ການ​ປະຕິ​ຮູບ​ພາກ​ການ​ຍາດ​ແຍ່ງຕະຫຼາດ​ການບິນ​ຂອງ​ໂລກ​ເຊິ່ງນອກຈາກ​ແອ​ບັສ​ແລະ​ໂບອີງ​ແລ້ວ, ບໍລິສັດ​ການບິ​ນສາກົນ​ແລະ​ຜູ້​ໂດຍສານ​ກໍ​ໄດ້​ມີ​ທາງ​ເລືອກ​ທີ 3  ອີກ​ຄືຈະ​ເຮັດ​ໃຫ້ການ​ເດີນທາງ​ດ້ວຍ​ເຮືອບິນ​​ໃນ​ລາຄາ​ທີ່​​ເໝາະ​ສົມ​ກວ່າ​ແລະ​ກໍ​ສະດວກ​ສະບາຍ​ກວ່າ​.

​ແນວ​​ໃດ​ກໍ​ດີ​ກໍສາມາດ​ຄາດ​ຄະ​ເນໄດ້​ວ່າ: ​ເມື່ອ​ເຮືອບິນ​ໃຫຍ່​ຂອງ​ຈີນ​​ບິນ​ຂຶ້ນ​ສູ່​ທ້ອງຟ້ານັບ​ມື້​ຫຼາຍ​ຂຶ້ນ, ສະພາບ​ຕະຫຼາດ​​ເຮືອບິນ​ຂອງ​ໂລກ​ອາດ​ຈະ​ເກີດການ​ປ່ຽນ​ແປງ,ສ່ວນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ທີ່​ສຸດ​ກໍ​ຄືຜູ້​ໂດຍສານ​ເຮືອບິນ​ໃນ​​ທົ່ວ​ໂລກນັ້ນ​ເອງ.

ເຮືອບິນ​ຂະໜາດ​ໃຫຍ່​ຈີນ​ກໍ​ຈະ​ກາຍ​ເປັນສັນຍະລັກ​ແຫ່ງ "ຈີນປະດິດ​ສ້າງ"ທີ່​ກ້າວສູ່​ໂລກ​ອີກກ້າວໜຶ່ງ​ຖັດຈາກ​ລົດ​ໄຟ​ຄວາມ​ໄວ​ສູງ​ແລະ​ໄຟຟ້າ​ນິວ​ເຄລຍ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ