ຣັດ​ເຊຍ, ຕວກກີ ​ແລະ ອີຣານ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ສ້າງ "​ເຂດຫຼຸດ​ຜ່ອນ​ການ​ປະ​ທະ​ກັນ" ຢູ່​ຊີຣີ
2017-05-05 16:30:12  cri 

ທ່ານ​ກາຍຣັດ ອັບ​ດຣັກມານົຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກາ​ຊັກ​ສະຖານ ​ໄດ້​ກ່າວຢູ່​ນະຄອນຫຼວງອາສຕານາ ​ໃນ​ວັນ​ທີ 5 ພຶດສະພາ​ນີ້ ວ່າ: ຣັດ​ເຊຍ, ຕວກກີ ​ແລະ ອີຣານ ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​​ໃນ​ການ​ສ້າງ "​ເຂດ​ຫຼຸດຜ່ອນ​ການ​ປະ​ທະ​ກັນ" ຢູ່​ຊີຣີ ​ໃນ​ວັນ​ດັ່ງກ່າວ.

ບົດ​ບັນທຶກ​ລະບຸ​ວ່າ: ບໍ່​ຄວນ​ແກ້​ໄຂ​ບັນຫາ​ຊີຣີ​ໂດຍ​ຜ່ານ​​ການ​ທະຫານ ​ແລະ​ຄວນ​ແກ້​ໄຂ​ໂດຍ​​ການ​ປະຕິບັດ​ມະຕິ​ເລກທີ 2254 ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ. ການ​ທີ່​ສ້າງ "​ເຂດຫຼຸດ​ຜ່ອນ​ການ​ປະ​ທະ​ກັນ" ກໍ​ເພື່ອ​ສະກັດ​ກັ້ນການ​ກະທຳ​ດ້ວຍຄວາມ​ຮຸນ​ແຮງ, ປັບປຸງ​ສະຖານະ​ການ​ທາງ​ມະນຸດສະທຳ​ໃນ​ປະ​ເທດ​ຊີຣີ​ໃຫ້​ດີ​ຂຶ້ນ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ​ຊີຣີ​ໂດຍ​ຜ່ານ​ຊ່ອງ​ທາງ​ກາ​ນ​ເມືອງ. ​ຝ່າຍ​ຕ່າງໆ​ຂອງ​ຊີຣີຄວນ​ໃຊ້​ມາດ​ຕະການ​ເພື່ອ​ເພີ່ມ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.

ສາມ​ປະ​ເທດ​ຍັງ​ປະກາດ​ວ່າ: ການ​ເຈລະຈາ​ສັນຕິພາບ​ອາສຕານາ​ກ່ຽວ​ກັບ​ບັນຫາ​ຊີຣີຮອບ​ໃໝ່​ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ກໍລະກົດ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ