ພະຍາດ​ອະຫິວາລະບາດ​ຢູ່​ໂຊ​ມາລີ​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດ​​ແລ້ວກວ່າ 600 ຄົນ
2017-05-05 16:33:05  cri 

ຫ້ອງການ​ປະສານ​ງານ​ມະນຸດສະທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະກາດ​ໃນ​ວັນ​ທີ 4 ພຶດສະພາ​ນີ້​ຢູ່​ປະ​ເທດ​ໂຊ​ມາລີ ວ່າ: ພະຍາດ​ອະຫິ​ວາ​ທີ່​ແຜ່​ລະບາດ​ຢູ່​ປະ​ເທດ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້ 32.000 ຄົນ​ຕິດພະຍາດ, ​ໃນ​ນີ້​​ເສຍ​ຊີວິດ​ແລ້ວ 618 ຄົນ.

ຫ້ອງການ​ດັ່ງກ່າວ​ແຈ້ງວ່າ: ມີ ​13 ລັດ​ໃນ 18 ລັດ​ປະ​ເທດ​ໂຊ​ມາລີ​ໄດ້​ເກີດ​ພະຍາດ​ອະຫິວາ​ແຜ່​ລະບາດ ​ແລະ​ການ​ແຜ່​ລະບາດ​ເທື່ອ​ນີ້​ເປັນ​ຜົນ​ມາ​ຈາກ​ນ້ຳ​ບໍ່​ສະອາດ, ​ສະພາບ​ສາທາລະນະ​ສຸກ​ບໍ່​ດີ ​ແລະ​ອື່ນໆ ​ເນື່ອງ​ຈາກ​ເກີດ​ໄພ​ແຫ້​ງ​ແລ້ງ. ຂະນະ​ດຽວ​ກັນ, ປະຊາກອນ​ເຄື່ອນ​ຍ້າຍ​ເປັນ​ຈຳນວນຫຼວງຫຼາຍຍ້ອນໄພ​ອຶດ​ຫິວ ກໍ​ສົ່ງ​ຜົນ​ເຮັດ​ໃຫ້ພະຍາດ​ແຜ່​ລະບາດ​​ເປັນ​ບໍລິ​ເວນກວ້າງ​​ຕື່ມອີກ​ ແລະ​ໃນ​ໂອກາດ​ທີ່​ລະດູຝົນ​ໄດ້​ວຽນມາ​ເຖິງ, ພະຍາດ​ອະຫິວາ​ອາດ​ຈະ​ສືບ​ຕໍ່​ແຜ່​ລະບາດ​ຢູ່​ໂຊ​ມາລີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ