ສປຊ ປະນາມ​ເຫດຫຼອນ​ໂຈມ​ຕີ​ຄ້າຍ​ທະຫານ​ຮັກສາ​ຄວາມ​ໝັ້ນຄົງປະຈຳ​ມາລີ
2017-05-05 16:38:41  cri 

ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 4 ພຶດສະພາ​ນີ້ ​ໂດຍ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການຫຼອນ​ໂຈມ​ຕີ​ຄ້າຍທະຫານ​ຮັກສາ​ຄວາມ​ໝັ້ນຄົງ​ລວມຂອງອົງ​ການ​ສະຫະ​ປະຊາ​ຊາດ​ປະຈຳ​ມາລີທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 3 ​ເດືອນ​ດຽວ​ກັນ ​ໂດຍ​ເຫດການ​ດັ່ງກ່າວ​ເຮັດ​ໃຫ້​​ເຈົ້າໜ້າ​ທີ່​ຮັກສາ​ສັນຕິພາບ​ໜຶ່ງ​ຄົນ​ເສຍ​ຊີວິດ ​ແລະ ຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ.

ຖະ​ແຫຼງການ​ລະບຸ​ວ່າ: ສະພາ​ຄວາມ​ໝັ້ນຄົງ​ຮຽກຮ້ອງ​ໃຫ້​ລັດຖະບານ​ມາລີ​ຈົ່ງ​ສືບສວນ-ສອບ​ສວນ​ເຫ​ດການ​ນີ້​ໂດຍ​ໄວ ​ແລະ ລົງ​ໂທດ​ຜູ້​ກໍ່​ເຫດ​ຕາມ​ກົດໝາຍ. ສະພາ​ຄວາມ​ໝັ້ນຄົງ​ເນັ້ນວ່າ: ອີງ​ຕາມ​ກົດໝາຍ​ສາກົນ, ການ​ໂຈມ​ຕີ​ເຈົ້າໜ້າ​ທີ່​ຮັກສາ​ສັນຕິພາບ​ຖື​ເປັນ​ອາ​ຊະ​ຍາ​ກອນ​ສົງຄາມ. ຂະນະ​ດຽວ​ກັນ, ສະພາ​ຄວາມ​ໝັ້ນຄົງ​ໄດ້​ກ່າວຢ້ຳວ່າ: ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ​ລ້ວນ​ແຕ່​ເປັນໜຶ່ງ​ໃນ​ໄພ​ຂົ່ມຂູ່ທີ່​ໜັກໜ່ວງ​ທີ່​ສຸດ​ຕໍ່​ສັນຕິພາບ​​ແລະ​ສະຖຽນ​ລະ​ພາບ​ຂອງໂລກ ​ເຊິ່ງປະ​ເທດ​ຕ່າງໆ​ຈະ​ຕ້ອງ​ປາບ​ປາມ​ລັດທິ​ກໍ່​ການ​ຮ້າ​ຍຢ່າງ​ເດັດດ່ຽວ​ເພື່ອ​ກຳຈັດ​ໄພ​ຂົ່ມຂູ່​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ສາກົນ ຕາມ​ພາລະ​ໜ້າ​ທີ່ທີ່​ລະບຸ​ໄວ້​ໃນ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ