ທະນາຄານ​ພັດທະນາ​ອາຊີ​ພ້ອມຈະຈັບມືກັນໃນການຊຸກຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-05-05 10:52:38  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ຕາ​ເກ​ເຮ​ໂກ ນາ​ກາ​ໂອ ຜູ້​ວ່າການ​ທະນາຄານ​ພັດທະນາ​ອາຊີ ຫຼື ADB ກ່າວ​ທີ່​ເມືອງ​ໂຢ​ໂກ​ຮາ​ມາ​ປະ​ເທດ​ຍີ່ປຸ່ນ​ໃນ​ວັນ​ທີ 4 ພຶດສະພາ​ນີ້​ວ່າ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເປັນ "​ແຜນການ​ທີ່​ດີ​ຫຼາຍ" ເຊິ່ງຈະ​ສາມາດ​ເຊື່ອມ​ຕໍ່​ພາກ​ພື້ນ​ອາຊີ​ກັບເອີ​ລົບ ລວມທັງພາກພື້ນໄດ້ຢາງກວ້າງຂວາງ​ກວ່າ​ນີ້ ແລະດ້ວຍການເຫັນວ່າ ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ພາກ​ພື້ນ​ຈະ​ເລີ​ນຮຸ່ງ​ເຮືອງ, ທະນາຄານ​ພັດທະນາ​ອາຊີຈິ່ງພ້ອມຈະຈັບ​ມື​ກັບ​ຈີນເພື່ອເລື່ອງ​ນີ້ເປັນສິ່ງສຳຄັນ.

​ສຳລັບ​ການ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ພັດທະນາ​ອາຊີ​ກັບ​ທະນາຄານລົງທຶນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງອາຊີນັ້ນ, ທ່ານ​ໄດ້ກ່າວ​ວ່າ, ສອງ​ຝ່າຍ​ສາມາດ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ເຊິ່ງທະນາຄານ​ລົງທຶນ​ກາ​ນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອາຊີ​ເນັ້ນ​ໃສ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງເປັນຕົ້ນຕໍດ ຂະນະທີ່ທະນາຄານ​ພັດທະນາ​ອາຊີ​ນອກຈາກໄດ້ເຂົ້າ​ຮ່ວມ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລ້ວ, ຍັງ​ລົງທຶນໃສ່ໂຄງການ​ສະຫວັດດີການບຳນານ, ການ​ສຶກສາ ​ແລະ​ອື່ນໆ ໂດຍສອງ​ຝ່າຍ​ສາມາດ​ຊ່ວຍ​ຊູ​ຍູ້​ໜູ​ນການຮ່ວມມືກັນໄດ້ເປັນຢ່າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ