ຄາດປີນີ້ນັກທ່ອງທ່ຽວຈີນໄປທ່ຽວມາເລເຊຍ 3 ລ້ານເທື່ອຄົນ
2017-05-05 16:42:31  cri 
ຕາມຂ່າວສານຈີນ: ທ່ານໂມຮາເມັດ ນາສ໌ຣີ ອັບດຸນ ອາຊິສ໌ ລັດຖະມົນຕີກະຊວງ​ທ່ອງ​ທ່ຽວ​ແລະ​ວັດທະນະທຳ​ມາ​ເລ​ເຊຍກ່າວ​ທີ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ວ່າ, ປີ 2017 ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ 3 ລ້ານ​ເທື່ອ​ຄົນ​ມາ​ທ່ຽວ​ປະ​ເທດ​ຕົນ.

ທັງ​ນີ້​ໃນສາມ​ເດືອນ​ທຳ​ອິດ​ປີ 2017, ມາ​ເລ​ເຊຍ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ 5 ​ແສນ 5 ໝື່ນ​ເທື່ອ​ຄົນ​ແລ້ວ ​​ເຊິ່ງ​ເພີ່ມ​ຂຶ້ນ 10,3% ​ເມື່ອ​ທຽບ​​ໃສ່ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ຈາກ​ນີ້ ທ່ານ​ນາສ໌ຣີຈິ່ງຫວັງ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນມາ​ທ່ຽວ​ມາ​ເລ​ເຊຍ​ຫຼາຍ​ກວ່າ 4 ລ້ານ​ເທື່ອ​ຄົນ​ໃນ​ປີ 2018 ​ແລະ​ດຶງ​ດູດ​ໃຫ້​ໄດ້​ເຖິງ 8 ລ້ານ​ເທື່ອ​ຄົນ​ໃນ​ປີ 2020.

ທ່ານ​ຫວງ​ຮຸ້ຍຄາງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ​ເປີດ​ເຜີຍ​ວ່າ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ມາ​ເລ​ເຊຍ​ໃນ​ປີ 2016 ມີຫຼາຍ​ກວ່າ 1 ​ແສນ​​ເທື່ອ​ຄົນ ​ເຊິ່ງ​ເພີ່ມ​ຂຶ້ນ 26% ​ເມື່ອ​ທຽບ​​ໃສ່ປີ 2015 ​ແລະ​ເປັນ​ສະຖິຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ. ​ແນວ​ໃດ​ກໍ​ດີ, ຈີນ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ກັບ​ມາ​ເລ​ເຊຍ​ຕື່ມ​ອີກ​ໃນ​ປີ 2017 ​ໂດຍ​ທັງ​ສອງ​ປະ​ເທດຈະ​ຊຸກຍູ້​ການ​ເຊື່​ອມຕໍ່​ກັນ​ໃນ​ຂົງ​ເຂ​ດທາງ​ທະ​ເລ, ທາງບົກ​ແລະ​ທາງ​ອາກາດ​ຢ່າງ​ຄົບ​ວົງ​ຈອນ ​ແລະ​ຫວັງ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ມາ​ເລ​ເຊຍ​ຫຼາຍ​ກວ່າ 3 ລ້ານ​ເທື່ອ​ຄົນ​ໃນ​ປີ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ