ຈັດ​ກອງ​ປະ​ຊຸມ​ຫາ​ລືການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢູ່​ປັກ​ກິ່ງ
2017-05-05 16:09:52  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກອງ​ປະ​ຊຸມ​ຫາ​ລື​ການ​ຮ່ວ​ມ​ມື​ຄວາມ​ໝັ້ນ​ຄົງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ລະ​ຫວ່າງ​ກະ​ຊວງ​ຄວາມ​ໝັ້ນ​ຄົງຈີນ ແລະ ​ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ 20 ກວ່າ​ປະ​ເທດ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 4 ພຶດ​ສະ​ພານີ້, ຂະ​ນະ​ທີ່​ທ່ານ ເມີ້ງ​ຈ້ຽນ​ຈູ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ເລ​ຂາ​ທິ​ການ​ຄະ​ນະ​ການ​ເມືອງ​ແລະ​ກົດ​ໝາຍ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ພົບ​ປະ​ກັບ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ບັນ​ດາ​ປະ​ເທດ​ທີ່​​ເຂົ້າ​ຮ່ວມ​ປະ​ຊຸມ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ເມີ້ງ​ຈ້ຽນ​ຈູ້ ກ່າວ​ວ່າ, ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງນັ້ນ ມີ​ຄວາ​ມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ ເຊິ່ງຈີນ​​ກ​ກໍຫວັງ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ເພື່ອ​ປຶກ​ສາ​ຫາ​ລືແລະ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຮ່ວມ​ກັນ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຂອງ​ປະ​ເທດ​ທີ່​ລຽບ​ຕາມ​ເສັ້ນ​ທາງ ເພື່ອ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ແລະ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃຫ້​ດີກວ່າ​ເກົ່າ. ແນວ​ໃດ​ກໍ​ດີ, ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແມ່ນ​ໜ້າ​ທີ່​ຮ່ວມ​ຂອງ​ປະ​ເທດ​ຕ່າງໆ ເຊິ່ງຫວັງ​ວ່າ ຝ່າຍ​ຕ່າງໆ​ຈົ່ງ​ໃຊ້​ມາດ​ຕະ​ການ​ທີ່​ເປັນ​ຮູບ​ປະ​ທຳ ແລະ​ລົງ​ເລິກ​ການ​ຮ່ວມ​ມື​​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ.

    ຝ່າຍ​ຕ່າງໆ​ທີ່​ຮ່ວມກອ​ງ​ປະ​ຊຸມກໍ​ໄດ້​ກ່າວ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ກັບ​ຈີນ ເພື່ອຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ