ອັດ​ຕາ​ເງິນ​ເຟີ້​ຂອງ​ໄທ​ເພີ່ມ​ຂຶ້ນ 13 ເດືອນ​ຕິດ​ຕໍ່​ກັນ
2017-05-05 16:14:13  cri 
    ຕາມ​ຂ່າວ​ສານ​ຈີນ: ກະ​ຊວງ​ການ​ຄ້າ​ໄທ​ໄດ້​ເປີດ​ເຜີຍ​ຂໍ້​ມູນຫຼ້າ​ສຸດວ່າ, ໃນ​ເດືອນ​ເມ​ສາ​ຜ່ານ​ມາ, ອັດ​ຕາ​ເງິນ​ເຟີ້​ຂອງ​ປະ​ເທດ​ຕົນ​ໄດ້​ສູງ​ຂຶ້ນ 0,38% ເມື່ອ​ທ​ຽບ​ໃສ່​ເດືອນ​ດຽ​ວ​ກັນ​ຂອງ​ປີ​ຜ່ານ​ມາ ແລະ​ເປັນ​ເດືອນ​ທີ 13 ທີ່​ສູງ​ຂຶ້ນ​​ຕິດ​ຕໍ່​ກັນ ແລະ​ລະ​ດັບ​ການ​ສູງ​ຂຶ້ນນັ້ນ​ໄດ້​ຄ່ອຍໆ​ຊ້າ​ລົງ.

    ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ເດືອນ​ມັງ​ກອນ​ປີນີ້, ອັດ​ຕາ​ເງິນ​ເຟີ້ ໄດ້​ສູງ​ຂຶ້ນ 1,55% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ ແລະຫຼັງ​ຈາກນັ້ນ, ​ລະ​ດັບ​ການ​ເພີ່ມ​ສູງ​ຂຶ້ນນັ້ນ ກໍ​ຄ່ອຍໆ​ຊ້າ​ລົງ. ​ໂດຍ​ລວມ​ແລ້ວ, ໃນ 4 ເດືອນ​ທຳ​ອິດ​ຂອງ​ປີນີ້, ອັດ​ຕາ​ເງິນ​ເຟີ້​ໄດ້​ສູງ​ຂຶ້ນ 1,03%.

    ກະ​ຊວງ​ການ​ຄ້າ​ໄທ​ຄາດ​ວ່າ, ອັດ​ຕາ​ເງິນ​ເຟີ້​ໃນ​ປີນີ້ ຈະ​ຢູ່ລະ​ຫວ່າງ 1,5-2,2%. ຍ້ອນ​ວ່າ​ລາ​ຄາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແພງ​ຂຶ້ນ ຈຶ່ງ​ກະ​ຕຸກ​ໃຫ້​ລາຍ​ໄດ້​ຂອງກະ​ສິ​ກອນ​ເພີ່ມ​ຂຶ້ນ, ບວກ​ໃສ່​ການ​ສົ່ງ​ອອກ​​ກໍກະ​ເຕື້ອ​ງ​ດີ​ຂຶ້ນ ​ເຮັດ​ໃຫ້ປ​ະ​ຊາ​ຊົນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ ​ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ການ​ບໍ​ລິ​ໂພກ. ແນວ​ໃດ​ກໍ​ດີ, ອົງ​ການ​ວິ​ເຄາະຫຼາຍ​ແຫ່ງ​ຄາດ​ຄະ​ເນ​​ກ່ອນ​ໜ້ານີ້​ວ່າ, ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໄທ​ໃນ​ປີນີ້​ຈະ​ຢູ່​​ລະ​ຫວ່າງ 3-4%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ