ສວນ​ສາທາລະນະ​ຈີນ​ສອງ​ແຫ່ງ​ໄດ້​ຮັບການຈັດ​ເຂົ້າ​ໃນ​​ເຄືອຂ່າຍ​ສວນ​ທໍລະນີ​ໂລກ
2017-05-06 15:11:42  cri 
ກອງ​ປະຊຸມ​ພະ​ແນ​ກບໍລິຫານ​ງານ​ຂອງອົງການ​ສຶກສາ​ທິການ,ວິທະຍາສາດ​ແລະ​ວັດທະນະທຳ​ສະຫະ​ປະຊາ​ຊາດ​ຫຼືອຸຍ​ເນັສ​ໂກຕົກລົງ​ໃນ​ວັນ​ທີ 5 ພຶດສະພາ​ນີ້​​ໂດຍ​ອະນຸມັດ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຈັດ​ເອົາສວນ​ທໍລະນີ​ແຫ່ງ​ຊາດຈີນ​ສອງ​ແຫ່ງ​ຄື​ສວນ​ທໍລະນີ​​ແຫ່ງ​ຊາດພູ​ອາ​ເອີ​ມົງ​ໂກລີ​ໃນແລະ​ສວນ​ທໍລະນີ​ແຫ່ງ​ຊາດ​ເຄີ​ເຄີ​ໂຕ​ໄຫຊິນ​ຈ່ຽງຂອງ​ຈີນ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ເຄືອ​ຂ່າຍ​ສວນ​ທໍລະນີ​ໂລກ​ຫຼື GGN.

ປະກາດ​ແຈ້ງ​ການ​ຂອງ​ອົງການອຸຍ​​ເນັສ​ໂກ​ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 5 ພຶດສະພາ​ນີ້​ລະບຸ​ວ່າ: ມໍລະດົກ​ທໍລະນີຂອງ​ຈີນ,​ແອັສປາຍ,ຝະຣັ່ງ,ອີຣານ,​ແມັກ​ຊິກ​ແລະ​ສ ​ເກົາຫຼີ​ທັງ​ໝົດ 8 ​ແຫ່ງ​​ໄດ້​ຮັບການບັນທຶກ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ເຄືອ​ຂ່າຍ​ສວນ​ທໍລະນີ​ໂລກ​ຢ່າງ​ເປັນ​ທາງ​ການ ​ໃນ​ນີ້ ຈີນ​ມີ​ສອງ​ແຫ່ງ​ຄືສວນ​ທໍລະນີ​ແຫ່ງ​ຊາດ​ພູ​ອາ​ເອີ​ມົງ​ໂກ​ລີ​ໃນ​ແລະ​​ເຄີ​ເຄີ​ໂຕ​ໄຫ​ຊິນ​ຈ່ຽງ. ຈາກ​ນີ້, ຍອດ​ຈຳນວນ​ສວນ​ທໍລະນີ​ໂລກ​ຂອງ​ບັນຊີ​ລາຍ​ຊື່​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນ​ເປັນ 127 ​ແຫ່ງ ຂອງ 35 ປະ​ເທດ​ແລະ​ເຂດ​ແຄວ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ