ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ແລະ​ຜູ້​ວ່າການ​ທະນາຄານ​ກາງ​ອາ​ຊຽນ-ຈີນ, ຍີ່ປຸ່ນ,ສ ​ເກົາຫຼີ​ສຸມ​ໃສ່​ສະພາບ​ເສດຖະກິດ​ມະຫາ​ພາກ
2017-05-06 15:54:55  cri 
ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ແລະ​ຜູ້​ວ່າການ​ທະນາຄານ​ກາງ​ອາ​ຊຽນ-ຈີນ, ຍີ່ປຸ່ນ,ສ ​ເກົາຫຼີ​ຫຼື​ອາ​ຊຽນ + 3 ຄັ້ງ​ທີ 20 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂຢໂຄ​ຮາ​ມາ ປະ​ເທດ​ຍີ່ປຸ່ນ​ໃນ​ວັນ​ທີ 5 ພຶດສະພາ​ນີ້​ໂດຍ​​ເຈາະ​ຈົງ​ຫາລື​ສະພາບ​ເສດ​ຖະກິດ​ມະຫາ​ພາກ​ຂອງ​ໂລກ​ແລະ​ພາກ​ພື້ນ,ການ​ຮ່ວມ​ມື​ເສດຖະກິດ​ການ​ເງິນ​ພາກ​ພື້ນ​ອາ​ຊຽນ+3​ແລະ​ບັນຫາ​ອື່ນໆ ທັງ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ.

ທີ່​ປະຊຸມ​ເຫັນ​ວ່າ: ​ເສດຖະກິດ​ໂລກ​ໄດ້​ພັດທະນາ​ດີ​ຂຶ້ນ, ​ເສດຖະກິດ​ຂອງພາກ​ພື້ນ​ອາ​ຊຽນ+ 3 ສືບ​ຕໍ່​ຮັກສາຈັງຫວະ​ການ​ເຕີບ​ໂຕ​ໄວ​ສົມຄວນ ​ແຕ່​ຍັງ​ຄົງ​ມີ​ຄວາມ​ສ່ຽງ​ຫຼາຍ​ຢ່າງ​ເປັນ​ຕົ້ນ ລັດທິ​ປົກ​ປ້ອງ​ຟື້ນ​ຕົວ​ຂຶ້ນ, ສະພາບ​ການ​ທະນາຄານ​ເຄັ່ງ​ຕຶງ​ຂຶ້ນ​ແລະ​ອື່ນໆ. ບັນດາ​ຝ່າຍ​ຂອງ​ອາ​ຊຽນ+ 3 ຢ້ຳຄືນ​ໃນ​ການ​ສະໜັບສະໜູນ​ລະບົບ​ການ​ຄ້າ​​ແລະ​ການ​ລົງທຶນ​ຫຼາຍ​ຝ່າຍທີ່​ເປີດ​ປະຕູ​ແລະ​ປະຕິບັດ​ຕາມ​ກະຕິ​ກາ. ພ້ອມ​ດຽວ​ກັນ​ນັ້ນ, ບັນດາ​ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ເງິນ​ທຶນ ​ແລະ​ຕິດຕາມ​ຢ່າງ​ໃກ້ຊິດ​ທັງ​ຮັບ​ມື​ກັບ​ຄວາມ​ສ່ຽງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ພາກ​ພື້ນ​ຕົນ​​ໃນ​ທຸກ​ເວລາ.

ທີ່​ປະຊຸມ​ກ່າວ​ຢ້ຳວ່າ​ສືບ​ຕໍ່​ເພີ່ມ​ທະວີ​ບົດບາດ​ຂອງ​ສັນຍາ​ຫັນ​ເປັນ​ຫຼາຍ​ຝ່າຍ​ຂອງ​ຂໍ້​ລິ​ເລີ່​ມຊຽງ​ໃໝ່ຫຼືCMIM​ໃນ​ຖານະ​ເປັນ​ສ່ວນ​ປະກອບ​ສຳຄັນ​ຂອງ​ເຄືອຂ່າຍ​ຄວາມ​ໝັ້ນຄົງ​ດ້ານ​ການ​ທະນາຄານ ​ແລະ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຜົນສຳ​ເລັດ​ຂອງ​ການ​ຝຶກ​ຊ້ອມ​ຊ່ວຍ​ເຫຼືອ​ຮ່ວມ​​ເທື່ອ​ທຳ​ອິດ​ຂອງCMIM​ແລະ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ ທັງ​ຫວັງ​ວ່າການ​ປະ​ເມີນ​ຜົນທີ່​ເປັນ​ປະຈຳ​ຕໍ່​ສັນຍາCMIM​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ