ສປປ ​ເກົາຫຼີ​ປະນາມ​ອາ​ເມ​ລິ​ກາ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂ້າມທະວີບ​ຢ່າງ​ຕໍ່​ເນື່ອງ
2017-05-06 16:02:29  cri 

ຂ່າວສານ​ສູນ​ກາງ​ສປປ ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 5 ພຶດສະພາ​ນີ້​ວ່າ: ​​ໂຄສົກ​ສະ​ຖາ​ບັນ​ຄົ້ນຄວ້າ​ອາ​ເມ​ລິ​ກາ​ຂອງ​ກະຊວງ​ການ​ຕ່າງປະ​ເທດສປປ ​ເກົາຫຼີ​ຖະ​ແຫຼ​ງ​ໃນ​ວັນ​ດຽວ​ກັນ​​ໂດຍ​ປະນາມ​ອາ​ເມ​ລິ​ກາ​ທີ່​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂ້າມ​ທະວີບ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະ​ນີ້ ​ເຊິ່ງ​​ເຮັດ​ໃຫ້​ສະຖານະ​ການ​ແຫຼມ​ເກົາຫຼີ​ເຄັ່ງ​ຕຶງ​ຂຶ້ນ.

ໂຄສົກ​ທ່ານ​ນີ້​ກ່າວ​ວ່າ: ອາ​ເມ​ລິ​ກາ​ແລະ​ສ ​ເກົາຫຼີ​ນຳ​ໃຊ້​ຊັບ​ພະຍາກອນ​ຍຸດ​ທະ​ສາດ​ນິວ​ເຄລຍຢ່າງ​ຫຼວງ​ຫຼາຍ​ຈັດການ​ຊ້ອມ​ຮົບ​ຮ່ວມ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ ​ເຊິ່ງ​​ເຮັດ​ໃຫ້​ສະຖານະ​ການ​ແຫຼມ​ເກົາຫຼີ​ຕົກ​ຢູ່​ໃນ​ສະພາບ​ອັນຕະລາຍ​ທີ່​ສຸດ. ພາຍ​ໃຕ້​ສະພາບ​ເຄັ່ງ​ຕຶງ​ຄື​ແນວ​ນີ້, ອາ​ເມ​ລິ​ກາ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂ້າມ​ທະ​ວີ​ບ​ໃນ​ວັນ​ທີ 26 ​ເມສາ​ຜ່ານ​ມາ ​ແລະ​ທົດ​ລົງ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ດັ່ງກ່າວ​ອີກ​ຄັ້ງ​ໃໝ່​ໃນ​ວັນ​ທີ 3 ພຶດສະພາ​ນີ້.

ໂຄສົກ​ທ່ານ​ນີ້​ຢືນຢັນ​ວ່າ: ​ເຖິງ​ວ່າ​ອາ​ເມ​ລິ​ກາ​ອ້າງ​ວ່າ ​ແຜນການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ໄດ້​ສ້າງ​ຂຶ້ນ​ມາ​ແລ້ວກ່ອນ​ໜ້າ​ນີ້ 1 ປີ ​ແລະ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບສປປ ​ເກົາຫຼີ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ແລະ​ອາວຸດ​ນີວ​ເຄລຍ ກໍ​ຕາມ, ​ແຕ່​ຫາງ​ສຽງ​ສາ​ກົນ​ເຫັນວ່າ: ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງ​ອາ​ເມ​ລິ​ກາ​ໃນຫຼາຍ​ມື້​ຜ່ານ​ມາ​ຈະ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ​ທີ່​​ເຄັ່ງ​ຕຶງ​ຢູ່​ແລ້ວ​ນັ້ນ​ຂະຫຍາຍ​ໄປ​ສູ່​ສະພາບ​ອັນຕະລາຍ​ກວ່າ​ເກົ່າ ຈິ່ງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ເລື່ອງ​ນີ້

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ