ຈີນ​ຫວັງ​ວ່າ​ຈະ​ຮ່ວມ​ກັບຫວຽດນາມ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​
2017-05-06 16:26:48  cri 
ຈີນ​ຫວັງ​ວ່າ​ຈະ​ຮ່ວມ​ກັບຫວຽດນາມ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ້າວ​ໄປ​ໜ້າ
ຕາມ​ຂ່າວ CRI: ທ່ານ​ເຈີ​ນ​ເຕິ​ກກວງ ປະທານ​ປະ​ເທດຫວຽດນາມຈະ​ເດີນທາງ​ໄປ້ຢຽມຢາມ​ປະ​ເທດ​ຈີນ​ທາງ​ລັດຖະກິດ ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເວລາ​ທິປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນທາງ"​ແຕ່​ວັນ​ທີ 11 ຫາ 15 ພຶດສະພາ​ນີ້. ວັນ​ທີ 5 ພຶດສະພາ​ນີ້ ທ່ານ​ເກິ​ງຊວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ, ຈີນ​ຍິນ​ດີພ້ອມ​ກັບ​ຫວຽດນາມ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ, ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ເລື້ອຍໆ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ລະຫວ່າງ​ສອງ​ຝ່າຍ.
ໃ​ນກອງ​ປະຊຸມ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ໄຂ​ຂຶ້ນ​ມື້​ດຽວ​ກັນ, ທ່ານ​ເກິ່ງ​ຊວງ​​ໄດ້​ຕີ​ລາຄາ​ສູງ​ຕໍ່​ທ່າ​ອຽງ​ກາ​ນູຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ-​ຫວຽດນາມ, ​ໂດຍ​ກ່າວ​ວ່າ ການ​ຮ່ວມ​ມື​ທີ່​ຂະຫຍາຍ​ກວ້າງ​ອອກ​ເລື້ອຍໆ​ລະຫວ່າງ​ສອງ​ປະ​ເທດ​ຈີນ-​ຫວຽດນາມ ​ໄດ້​ນຳ​​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ