ອິນ​ເດຍສົ່ງ "ດາວ​ທຽມ​ອາຊີ​ໃຕ້"
2017-05-06 15:16:39  cri 

ວັນ​ທີ 5 ພຶດສະພາ​ນີ້, ອົງການ​ຄົ້ນ​ຄວ້າ​ອະ​ວະ​ກາດ​ອິນ​​ເດຍ​ໄດ້​ສົ່ງ "ດາວ​ທຽມ​ອາຊີ​ໃຕ້" ​ເຂົ້າ​ສູ່​ວົງ​ໂຄຈອນ​ຢ່າງ​ສຳ​ເລັດ​ຜົນຢູ່​ສູນການບິນ​ອະວະກາດ​ສະ​ດິສ-ຕາ​ວັນ​ທີ່​ເກາະ​ສຣີຮາຣີ​ໂກ​ດາ​ຂອງ​ລັດ​ອັນ​ດຼາ ປຼາ​ເຕັສ ພາກ​ຕາ​ເວັນ​ອອກ​ອິນ​ເດຍ. ດາວ​ທຽມ​ໜ່ວຍ​ນີ້​ຈະ​ສະໜອງ​​ການ​ບໍລິການໂທລະ​ຄົມ, ພະຍາກອນ​ອາກາດ ​ແລະ ການ​​ເຕືອນ​ໄພ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ເທດ​ສະມາຊິກ​ພັນທະ​ມິດການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ໃຕ້.

ຕາມ​ຮູ້​ວ່າ,ດາວ​ທຽມດັ່ງກ່າວ​ແມ່ນ​ຄົ້ນຄວ້າ​ ​ແລະ ຜະລິດ​​ໂດຍ​ອົງການ​ຄົ້ນຄວ້າ​ອະວະກາດ​ອິນ​ເດຍ​​​ເປັນ​ເວລາ 3 ປີ, ໜັກ 2,23 ​ໂຕນ, ​ໃຊ້​ງົບປະມານ 36 ລ້ານ 7 ​ແສນກວ່າ​ໂດ​ລາ​ສະຫະລັດ, ຈະ​ສາມາດ​ດຳ​ເນີນ​ງານ​ເປັນ​ເວລາ 12 ປີ ຕາມ​ການ​ວາງ​ແຜນ​ແລະ ບັນຈຸ​ມີເຄື່ອງ​ປັບ​ສັນຍານ​ຄື້ນ 12 ໜ່ວຍ.

ຫຼັງ​ຈາກ​ດາວ​ທຽມ​ດັ່ງກ່າວຖືກ​ສົ່ງ​ຂຶ້ນຢ່າງ​ສຳ​ເລັດ​ຜົນ​ແລ້ວ, ທ່ານນາ​ເຣນດາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ​ໄດ້​​ໂພສ໌​ບົດຄວາມ​ໃສ່ Twitter ຫຼາຍ​ບົດ ​ເພື່ອ​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່ໜ່ວຍງານຄົ້ນຄວ້າ​ການ​ຜະລິດ ​ແລະ ການ​ສົ່ງ​ດາວ​ທຽມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ