ທ່ານ​ກູ​ເຕີ​ເຣສຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ປະຕິ​ຮູບສະຫະ​ປະຊາ​ຊາດ
2017-05-06 15:20:26  cri 

ວັນ​ທີ 5 ພຶດສະພາ​ນີ້, ທ່ານ​ສະ​ດັນ​ຟານ ດູ​ຢາ​ລິກ ​​​​ໂຄສົກ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣສ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້ຂຽນ​ຈົດໝາຍ​ໄປ​ຍັງ​ປະ​ເທດ​ສະມາຊິກ​ຕ່າງໆ​ກ່ຽວ​ກັບ​ການ​ປະຕິ​ຮູບຂອງ​ສະຫະ​ປະຊາ​ຊາດ ​ໂດຍ​ກ່າວ​ວ່າ,ຈະ​ສືບ​ຕໍ່​ຊຸກ​ຍູ້​​ການ​ປະຕິ​ຮູບ​ໃນ​ດ້ານຕ່າງໆ ​ເຊັ່ນ,​ລະບົບ​ການ​ພັດທະນາ , ຮັກສາ​ສັນຕິພາບ​ແລະ​ອື່ນໆ.

ທ່ານ​ດູ​ຢາ​ລິກກ່າວ​ວ່າ, ປະ​ເທດ​ສະມາຊິກ​ຕ່າງໆ​​ໄດ້​ເຊັນ​ສັນຍາ​ທົ່ວ​ໂລກ​ຫຼາຍ​ສະບັບ​ກ່ຽວ​ກັບ, ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສັນຕິພາບ​ຖາວອນ ​ແລະ ລະດົມ​ທຶນ​ເພື່ອ​ພັ​ດທະນາ​ເປັນ​ຕົ້ນ, ທ່ານ​ກູ​ເຕີ​ເຣສກ່າວ​ວ່າ, ຍິນ​ດີຊຸກ​ຍູ້​ການ​ປະຕິ​ຮູບ, ​ເຮັດ​ໃຫ້​ສະຫະ​ປະຊາ​ຊາດ​ສາມາດ​ເສີມ​ຂະຫຍາຍ​ບົດບາດຢ່າງ​ບັງ​ເກີດ​ຜົນ, ​ເຮັດ​ໃຫ້ປະ​ເທດ​ສະມາຊິກ​ບັນລຸ​​ວິ​ໄສ​ທັດ​ຂອງ​ຕົນ​ຂອງເປັນ​ຈິງ, ພ້ອມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ​ແລະ ຕ້ອນຮັບ​ໂອກາດ​ໃໝ່.

ທ່ານ​ກູ​ເຕີ​ເຣສຣັບຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ໃນ​ວັນ​ທີ 1 ມັງກອນ​ປີ​ນີ້, ຫຼັງ​ຈາກ​ນັ້ນ, ທ່ານ​​ໄດ້ສຸມ​ໃສ່​ການ​ຊຸກ​ຍູ້​ການ​ປະຕິ​ຮູບສະຫະ​ປະຊາ​ຊາດ​ຈາກ​ຫຼາຍ​ດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ