ສື່​ມວນ​ຊົນ​ສາກົນສຸມ​ໃສ່ການ​ບິນ​ເທື່ອ​ທຳ​ອິດ​ຂອງຍົນ C919 ​ຂອງ​ຈີນໄດ້​ຮັບ​ຜົນສຳ​ເລັດ
2017-05-06 16:01:50  cri 

ວັນ​ທີ 5 ພຶ​ດສະພາ​ນີ້, ຢູ່​ນະຄອນ​ຊຽງ​ໄຮ, ຍົນ​ຜູ້​​ໂດຍສານ​ຂະໜາດ​ໃຫຍ່​ C919 ທີ່​ຈີນຜະລິດ​​ໂດຍ​ອີງ​ຕາມ​ມາດຖານ​ຫຼັກຂອງ​ສາກົນ​ລຳ​ທຳ​ອິດໄດ້​ບິນຂຶ້ນ​ສູ່​ອາກາດ​ເປັນ​ເທື່ອ​ທຳ​ອິດ. ສື່​ມວນ​ຊົນສຳຄັນ​​ໃນສາກົນ​ພາກັນຕີ​ລາຄາ​ສູງ​ຕໍ່​ເລື່ອງ​ນີ້.

​CNN ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ການ​ບິນ​ເທື່ອ​ທຳ​ອິດ​ຂອງ​ຍົນ C919 ​ຖື​ເປັນ​ເຫດການ​ສຳຄັນ​ທີ່​ສຸດ​ສຳ​ລັດ​ອຸດ​ສາ​ຫະກຳ​ຜະລິດ​ຍົນ​ຂອງ​ຈີນ. ຫຼັງ​ຈາກ​ນັ້ນ, ຈີນ​ກໍ່​​ເຂົ້າ​ສູ່​ຖັນ​​ແຖວ​ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ສາມາດຜະລິດ​ຍົນ​ຂະໜາດ​ໃຫຍ່​​​ເປັນ​ເຈົ້າ​ເອງ ​ເຊິ່ງມີ​ຈຳນວນ​ໜ້ອຍ​ໃນ​ໂລກ.

ບົດ​ລາຍ​ງານ​​ເຫັນ​ວ່າ, ນີ້​ແມ່ນຫຼັກໝາຍ​ທາງ​ອັນ​ພົ້ນ​ເດັ່ນ​ທີ່​ສຸດໃນການ​ພັດທະນາ​ອຸດສາຫະກຳ​ຜະລິດ​ຍົນຂອງ​ຈີນ. ​ແຕ່ບົດ​ລາຍ​ງານ​ຍັງ​ຊີ້​ອອກ​ວ່າ, ຖ້າ​ຢາກ​ແຂ່ງຂັນ​ກັບ​ບໍລິສັດ​ຜະລິດ​ຍົນ​ຂອງປະ​ເທດ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ​ແລ້ວ, ອຸດສາຫະກຳ​ຜະລິດ​ຍົນ​ຂອງ​ຈີນ​ຍັງ​ຕ້ອງ​ເດີນ​ຕາມ​ເສັ້ນທາງ​ອັນ​ຍາວ​ໄກ.

ນອກ​ນີ້, ບົດ​ລາຍ​ງານ​ຂອງ NBC ອາ​ເມ​ລິ​ກາ ​ແລະ ​ເວັບ​ໄຊ Sputnik ຣັດ​ເຊຍໄດ້ລາຍ​ງານ​ຂ່າວ​ກ່ຽວ​ກັບ​ບໍລິສັດ​ໂປ​ອິງ ​ແລະ ​ແອ​ບັສຊົມ​​ເຊີຍບໍລິ​ສັດຜະລິດ​ຍົນ​ການ​ຄ້າ​ຈີນ​ຈຳກັດ ຫຼື ​COMAC ​. ບໍລິສັດ​ໂປ​ອິງ​ກ່າວ​ວ່າ, ບໍລິສັດ COMAC ​​ແມ່ນ​ບໍລິສັດ​ທີ່​ໜ້າຄົາລົບນັບຖື, ໃນ​ອະນາຄົດ, ບໍລິສັດ​ໂປ​ອິງ ກັບ ບໍລິ​ສັດ COMAC ຈະ​ມີ​ການ​ແຂ່ງຂັນ ​ແລະ ​ຮ່ວມ​ມືກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ