ປະທານາທິບໍດີ​​ເກຼັກອວຍພອນ​ເວ​ທີ​ເປິ​ກສາ​ຫາລື​ສຸດ​ຍອດການ​ຮ່ວມ​ມື​ສາກົນ "ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ" ຈົ່ງ​ປະສົບ​ຜົນສຳ​ເລັດ​
2017-05-07 15:47:27  cri 

ວັນ​ທີ 6 ພຶດສະພາ​ນີ້, ຢູ່​ຫ້ອງການ​ປະທານາທິບໍດີ, ທ່ານ​​ໂປຼ​ໂກ​ປີສ ປາ​ຟ​ໂລ​ປູ​ໂລ​ສ ປະທານາທິ​ດີ​ເກຼັກ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ອວຍພອນ​ໃຫ້​ເວທີເປິ​ກສາ​ຫາລືສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ" ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງນັ້ນ​ຈົ່ງ​ປະສົບ​ຜົນສຳ​ເລັດ​ຜົນ.

ທ່ານ​ປາ​ຟ​ໂລ​ປູ​ໂລ​ສກ່າວ​ວ່າ, ຈຸດ​ພິ​ເສດ​ຂອງຂໍ້​ລິ​ເລີ່​ມ "ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ" ​ແມ່ນ​ຈິດ​​ໃຈ​ສັນຕິພາບ​ແລະ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ການຈັດ​ຕັ້ງ​ປະຕິ​ບັດ​ຂໍ້​ລິ​ເລີ່​ມນີ້​ຈະ​ຊຸກຍູ້​ການ​ສ້າງພື້ນ​ຖານ​ໂຄງ​ລ່າງ, ການ​ຄ້າ​ແລະ​ການ​ຮ່ວມ​ມື​ເສດຖະກິດ​ຂອງ​ບັດ​ດາ​ປະ​ເທດ​ກ່ຽວຂ້ອງຢ່າງ​ຫຼວງ​ຫຼາຍ. ສຳ​ລັບ​ເກຼັກ, " ​ເສັ້ນທາງສາຍ​ໄໝ​ທາງ​ທະ​ເລ​ສະຕະ​ລັດ 21 "​ ມີ​ຄວາມໝາຍ​ອັນ​ສຳຄັນ​ທີ່​ສຸດ, ​ເພາະວ່າ​ທ່າ​ເຮືອ​ປີຣາ​ເອອູ​ສ​ແມ່ນ​ຊຸມ​ທາງ​ອັນ​ສຳຄັນ​ທີ່​ຈາກ​ຈີນ​ແລະ​ອາຊີ​ເຂົ້າ​ເອີ​ລົບ, ການ​ລົງທຶນ​ຂອງ​ຝ່າຍ​ຈີນ​ຢູ່​ທ່າ​ເຮືອ​ປີຣາ​ເອອູ​ສ​ແມ່ນ​ແບບຢ່າງ​ທີ່​ສອງ​ຝ່າຍ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ປາ​ຟ​ໂລ​ປູ​ໂລ​ສກ່າວ​ວ່າ, ​ໃນຖານະ​ທີ່​ເປັນ​ປະ​ເທດ​ສະ​ມາ​ສິກ​ຂອງ​ສະຫະພາບ​ເອີ​ລົບ, ​ເກຼັກສະໜັບສະໜູນ​ສະ​ຫະພາບ​ເອີ​ລົບ​ກັບ​ຈີນ​ເພີ່ມທະວີ​ການ​ຮ່ວມ​ມື, ​ເກຼັກຍິນ​ດີ​ຊຸ​ກຍູ້​ຂໍ້​ລິ​ເລີ່​ມ​ໃດໆ​ທີ່​ສາມາດ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ເອີ​ລົບ​ກັບ​ຈີນ​ໃກ້ຊິດຂຶ້ນ​ຕື່ມ.

ທ່ານ​ຍັງ​ກ່າວ​ວ່າ, ຂໍ້​ລິ​ເລີ່​ມ "ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ" ​ມີ​ຄວາມ​ໝາຍ​ອັນ​ສຳຄັນ​ໃນ​ດ້ານ​ຊຸກຍູ້​ການ​ສົນທະນາ​ແລະ​ຮ່ວມ​ມື​ທາງວັດທະນະທຳ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ. ບັດ​ດາ​ຝ່າຍ​ເຂົ້າ​ຮ່ວມ​​ຂໍ້​ລິ​ເລີ່​ມນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາຖະໜາ​ອັນ​ແຮງກ້າ​ທີ່​ເພີ່ມ​ທະວີ​ການ​ຕິດ​ຕໍ່​ກັນ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ​ແລະ​ວັດທະນະທຳ​ຊະນິດ​ຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ