ການ​ປ່ອນ​ບັດ​ຮອບ​ທີ 2 ຂອງ​ການ​ເລືອກຕັ້ງ​ປະທານາ​ທິບໍດີ​ຝຣັ່ງດຳ​ເນີນ​ຢ່າງຮອບດ້ານ
2017-05-07 15:57:59  cri 

ຕອນ​ເຊົ້າ ​ເວລາ 8 ​ໂມງ​ ​ວັນ​ທີ 7 ພຶດສະພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ການ​ປ່ອນ​ບັດ​ຮອບ​ທີ 2 ຂອງ​ການ​ເລື​ອກຕັ້ງ​ປະທານາທິບໍດີ​ຝຣັ່ງ​ໄດ້ດຳ​ເນີນ​ຢ່າງຮອບດ້ານ​. ທ່ານ​ເອມາ​ນູ​ເອວ ມາ​ໂຄຼງ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ຂະ​ບວນການ "ກ້າວ​ໄປ​ໜ້າ" ​ແລະ​ທ່ານ​ນາງ​ມາ​ຮີ​ນາ ​ເລີ ​ເປັງ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ ​​ແນວ​ໂຮມ​ແຫ່ງ​ຊາດ ທີ່​ເປັນພັກ​ການ​ເມືອງ​ຝ່າຍຂວາ​ຈະ​ດຳ​ເນີນ​ການ​ແຂ່ງ​ກັນຮອບ​ສຸດ​ທ້າຍ​.

ອີງ​ຕາມ​ຂ່າວ​ຂອງ​ກະຊວງ​ພາຍ​ໃນ​ຝຣັ່ງ, ຈຳນວນຜູ່​ມີ​ສິດເລືອກ​ຕັ້ງທີ່​ໄດ້​ຈົດ​ທະບຽນ​​ໃນ​ການ​ເລືອກ​ຕັ້ງ​ເທື່ອນີ້​ຫຼາຍ​ວ່າ 47​00 ລ້ານຄົນ, ຢູ່​ຝຣັ່ງ, ອານາ​ເຂດ​ທີ່​ບໍ່​ຢູ່​ຝຣັ່ງ​ແລະຕ່າງປະ​ເທດ​ລວມ​ທັງ​ໝົດ​ໄດ້​ຕັ້ງ​ສະຖານີ​ປ່ອນ​ບັດ 6 ໝື່ນ 9ພັນ​ແຫ່ງ. ຍ້ອນ​ວ່າ​ເວລາ​ຜິດ​ໂຕນ​ກັນ, ສະຖານີ​ປ່ອນບັດ​ສ່ວນ​ໜ່ງທີ່​ຕັ້ງ​ຢູ່​ອານາ​ເຂດ​ທີ່​ບໍ່​ຢູ່​ຝຣັ່ງແລະ​ສະຖານທູດ​ແລະ​ກົງສຸນ​ປະຈຳ​ຕ່າງ​ປະ​ເທດ​ໄດ້​ເລີ່ມປ່ອນບັດ​ລ່ວງ​ໜ້າ​ໃນ​ວັນ​ທີ 6 ພຶດສະພາ​ນີ້, ສະຖານີ​ປ່ອນ​ບັດຢູ່​ຝຣັ່ງ​​ໄດ້​ເປີດ​ໃຫ້​ປ່ອນ​ບັດ​ໃນຕອນ​ເ​ຊົ້າ 8 ​ໂມງ​ຂອງວັນ​ທີ 7 ພຶດສະພາ​ນີ້, ຈະ​ປິດ​ໃນຕອນ​ຄ່ຳ ​20 ​ໂມງ​ໃນ​ມື້​ດຽວ​ກັນ.

ກະຊວງ​ພາຍ​ໃນ​ຝຣັ່ງຈະ​​ເປີດ​ເຜີຍ​ຜົນ​ການ​ປ່ອນ​ບັດ​ເບື້ອງ​ຕົ້ນ​ຕາມນ​ລຳດັບ​ພາຍຫຼັງ​ປິດສະຖານີ​ປ່ອນ​ບັດທັງ​ໝົດ, ຄະນະ​ກຳມະການ​ລັດຖະ​ທຳ​ມະນູນຝຣັ່ງຈະ​ຢືນຢັນແລະ​ປະກາດ​ໝາ​ກຜົນ​ຂອງ​ການ​ປ່ອນ​ບັດ​ຮອບ​ທີ 2 ກ່ອນ​ວັນ​ທີ 10 ພຶດສະພາ​ນີ້​ແລະ​ເລືອກ​ຕັ້ງ​ປະທານາທິບໍດີຄົນ​ທີ 8 ຂອງ​ສາທາລະນະ​ລັດ​ທີ 5 ຝຣັ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ