ກອງ​ປະຊຸມ​ສົນທະນາ​ກັນ​ລະຫວ່າງ​ລັດຖະມົນຕີ​ການ​ເງິນ​ຈີນ-​ຍີ່ປຸ່ນ​ຄັ້ງ​ທີ 6 ຈັດ​ຂຶ້ນ​ຢູ່​ຍີ່ປຸ່ນ
2017-05-07 17:09:23  cri 

ວັນ​ທີ 6 ​ພຶດສະພາ​ນີ້, ກອງ​ປະຊຸມ​ສົນທະນາ​ລະ​ຫວ່າງ​ລັດຖະມົນຕີ ​ກະຊວງ​ການ​ເງິນ​ຈີນ-​ຍີ່​ປຸ່ນຄັ້ງ​ທີ 6 ​ໄດ້ຈັດ​ຂຶ້ນ​ຢູ່ ​ໂຢ​ໂຄ​ຮາ​ມາ ຍີ່ປຸ່ນ. ທ່ານ​ທາ​ໂລ ​ອາ​ໂສ ຮອງ​ນາຍົກລັດຖະມົນຕີ​​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຍີ່ປຸ່ນ​ແລະ​ທ່ານ​ຊີ່​ວ​ເຈຍ ລັດຖະມົນຕີ​ກະ​ຊວງ​ການ​ເງິນ​ຈີນຮ່ວມ​ກັນ​ເປັນ​ປະທານ​ຈັດ​ກອງ​ປະຊຸມ, ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ກະຊວງ​ການ​ເງິນ​ແລະ​ທະ​ນາຄາ​ນກາງ​ສອງ​ປະ​​ເທ​ດເຂົ້າ​ຮ່ວມ.

ລັດຖະມົນ​ຕີ​ວ່າການ​ກະຊວງ​ກາ​​ນ​ເງິນ​ສອງ​ປະ​ເທດ​ມີ​ຄວາມເຫັນ​ເປັນ​ເອກະສັນ​ກັນ​ວ່າ, ການ​ສົນທະນາ​ລະຫວ່າງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ​-ຍີ່ປຸ່ນ​ມີຄວາມ​ໝາຍ​ອັນ​ສຳຄັນ​ຕໍ່ສອງ​ຝ່າຍ, ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທ​ດ​ໃນ​ການລົງ​ເລິກ​ການທຳ​ຄວາມ​ເຂົ້າ​ໃຈ​ກັນ​ໃນ​ດ້ານ​ສະພາບ​ແລະ​ນະ​ໂຍບາຍ​​ເສດຖະກິດ​ມະຫາ​ພາກ​​, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ການ​ເງິນ​ແລະ​ການ​ທະນາຄານ. ສອງ​ຝ່າຍເປັນ​ເອກະສັນ​ກັນ​ວ່າ, ມີ​ຄວາມ​ຈຳ​ເປັນ​ທີ່​ຕັ້ງໜ້າ​ຊຸກຍູ້​ການ​ປະຕິ​ຮູບ​ທີ່​ມີ​ລັກສະນະ​ອົງ​ປະກອບ​ຂອງ​ສອງ​ປະ​ເທດ​ໂດຍ​ຜ່ານ​ການ​ແລ​ກປ່ຽນ​ນະ​ໂບບາຍ​​ເສດຖະກິດ​ມະຫາ​ພາກ​ກ່ຽຍຂ້ອງ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ລົງ​ເລິກ​ການທຳ​ຄວາມ​ເຂົ້າ​ໃຈ​ແລະ​ປະສານ​ງານ​ໃນ​ດ້ານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ຮັກສາ​ການ​ເປິກສາຫາລື​ກ່ຽວ​ກັບ​ບັນຫາ​ເສດຖະກິດ​ແລະ​ການ​ທະນາຄານ​ສາກົນທີ່​ໃຫຍ່ຫຼວງ.

ສອງ​ຝ່າ​​ຍ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​​ເງິນ​ແລະ​ຜູ່​ວ່າການທະນາຄານ​ກາງຂອງ​ອາ​ຊຽນກັບ​ຈີນ​ຍີ່ປຸ່ນ​ສ.​ເກົາຫຼີ (10+3)​ແລະ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ເງິນ​ແລະ​ຜູ່ວ່າ​ການ​ທະນາຄານ​ກາງ​ຈີນ​ຍີ່ປຸ່ນ​ສ.​ເກົາຫຼີ​ທີ່​ຈັດ​ຂຶ້ນໃນວັນ​ທີ 5 ພຶດສະພານີ້ຢ່າງປະສົບ​ຜົນສໍາ​ເລັດ ​, ​ແລະ​ເຫັນ​ດີ​ຈະເພີ່​ມທະວີ​ການ​ຮ່ວມ​ມືຢ່ງ​ແໜ້ນ​ແຟ້ນ​ໃນຂ້າງ​ໜ້າ. ນອກຈາກ​ນີ້​ແລ້ວ, ລັດຖະມົນຕີ​ກະຊວງ​ການ​ເງິນ​ສອງ​ປະ​ເທດຍັງ​ເຫັນ​ດີຈະ​ຈັດກອງ​ປະຊຸມການ​ສົນທະນາລະຫວ່າງ​ລັດຖະມົນຕີກະຊວງ​ການ​ເງິນ​ຈີນ​ຍີ່​ປຸ່ນຄັ້ງ​ທີ 7 ຢູ່​ຈີນ​ໃນ​ປີໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ