ຕັງ​ຊາ​ນີເກີດ​ອຸບັດ​ເຫດລົດໂຮງຮຽນຕົກຮ່ອມ​ພູ​ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 31 ຄົນ​ເສຍ​ຊີວິດ
2017-05-07 17:25:33  cri 
ຕອນ​ເຊົ້າ​ວັນ​ທີ 6 ພຶດສະພາ​ນີ້, ຢູ່​​ເຂດ​ພາກ​ເໜືອ​ຂອງ​ຕັງ​ຊາ​ນີ​ໄດ້​ເກີດ​ອຸບັດ​ເຫດລົດໂຮງຮຽນ​ທີ່​ບັນທຸກ​ຄູ​ແລະ​ນັກຮຽນ 35 ຄົນ​ຄັນ​ໜຶ່ງ​ໄດ້​ຕົກ​ຮ່ອມ​ພູ​ຍ້ອນ​​ເກີນ​ຄວາມ​ໄວ​ທີ່ຈຳກັດ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ 31 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ລວມທັງ​ຄູ 3 ຄົນ.

​ເຈົ້າ​ໜ້າ​ທີ່​ເຂດກາຣາຕູ​ທີ່​ເກີດ​ເຫດ​ດັ່ງກ່າວ​ກ່າວ​ວ່າ: ​ໃນ​ເວລາ 7 ​ໂມງ​ຂອງ​ມື້​ດຽວ​ກັນ​ຕາມ​ເວລາ​ທ້ອງ​ຖິ່ນ, ລົດ​ດັ່ງກ່າວ​ໄດ້​ອອກ​ເດີນທາງ​ຈາກ​ເມືອງ​ອາຣູຊາ​ທາງ​ພາກ​​ເໜືອ​ຂອງ​ຕັງ​ຊາ​ນີ ​ແລ່ນ​ໄປ​ສູ່​ໂຮງຮຽນ​ແຫ່ງ​ໜຶ່ງ​ຢູ່​ເຂດ​ກາຣາຕູ, ຂະນະ​ທີ່​ແລ່ນ​ໄປ​ຮອດ​ຮ່ອມ​ພູ​ມາ​ເຣຣາ ທີ່​ຫ່າງ​ຈາກ​​ເມືອງ​ອາຣູຊາ 150 ກິ​ໂລ​ແມັດ​ກໍໄດ້​ເກີດ​ອຸບັດ​ເຫດ. ຫົວໜ້າກົມ​ຕຳຫຼວດ​ຂອງ​ແຂວງ​ອາ​ຣູຊາ​ກ່າວ​ວ່າ: ປັດຈຸບັນພວມ​ສືບສວນ​ສາ​ເຫດ​ຢູ່.

​ຂ່າວ​ແຈ້ງວ່າ: ​ເນື່ອງ​ຈາກ​​ຢູ່​ເຂດ​ເກີດ​​ເຫດ​ດັ່ງກ່າວ​​ຝົນຕົກ​ໜັກ​ຕໍ່​ເນື່ອງ​​ໃນ​ຫວ່າງ​ມໍ່ໆ​ນີ້​, ຈຶ່ງ​​ໄດ້​ເຮັ​ດ​ໃຫ້​ວຽກ​ງານ​​ຊ່ວຍ​​ເຫຼືອປະສົບຄວາມ​ຫຍຸ້ງຍາກຂຶ້ນ​ຕື່ມ. ​ແຕ່ປັດຈຸບັນ,ວຽກ​ງານ​ຊ່ວຍ​ເຫຼືອ​ຍັງ​ສືບ​ຕໍ່​ດຳ​ເນີນ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ