ເກີດ​ເຫດ​ລະ​ເບີດ​ສອງ​​ເທື່ອ​ຢູ່​ນະຄອນຫຼວງ​ມະນີ​ລາ​ຂອງ​ຟີ​ລິບ​ປິນ ສົ່ງ​ຜົນ​ເຮັດ​ໃຫ້​ປະຊາຊົນ 2 ຄົນ​ເສຍ​ຊີວິດ
2017-05-07 17:30:08  cri 
ວັນ​ທີ 6 ພຶດສະພາ​ນີ້, ຢູ່​ເຂດ​ດຽວ​ກັນ​ຂອງ​ນະຄອນ​ຫຼວງ​ມະນີ​ລາ​ປະ​ເທດ​ຟີ​ລິບ​ປິນ​ໄດ້​ເກີດ​ເຫດ​ລະ​ເບີດ​ສອງ​​ເທື່ອ ສົ່ງ​ຜົນເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 2 ຄົນ​ເສຍ​ຊີວິດ, 5 ຄົນ​ບາດ​ເຈັບ, ​ໃນ​ນັ້ນຜູ້​ບາດ​ເຈັບ​ຜູ້​ໜຶ່ງ​ແມ່ນ​ຕຳຫຼວດ​ທ້ອງ​ຖິ່ນ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ນະຄອນຫຼວງມະ​ນີລາ​ກ່າວ​ວ່າ: ​ໃນ​ເວລາ​ປະມານ 17 ​ໂມງ 50 ນາທີ​ຂອງ​ມື້​ດຽວ​ກັນ, ຢູ່​ບ່ອນໃກ້​ກັບ​ຖະໜົນ​ສາຍ​ໜຶ່ງ​ຢູ່​​ເມືອງ​ຄຸຍ​ອາ​ໂປ​ນະຄອນຫຼວງມະ​ນີລາ​ໄດ້​ເກີດ​ການລະ​ເບີດ ສົ່ງ​ຜົນ​ເຮັດ​​ໃຫ້​ປະຊາຊົນ 2 ຄົນ​ເສຍ​ຊີວິດ, 4 ຄົນ​ບາດ​ເຈັບ. ຈຸດ​ເກີດ​ເຫດ​ດັ່ງກ່າວຢູ່​ໃກ້​ກັບ​ໂບດ​ຄຸຍ​ອາ​ໂປ​ທີ່​ເປັນ​​ໂບດ​ໃຫຍ່​ທີ່​ສຸດ​ຂອງ​ມະນີ​ລາ, ​​ແຕ່​ບໍ່​ຮູ້​ລະອຽດ​ຂອງລູກລະ​ເບີດ. ຫຼັງ​ຈາກ​ເກີດ​ເຫດ 3 ຊົ່ວ​ໂມງ​ ຢູ່​ສະຖານ​ທີ່​​ໃກ້​ກັບ​ຈຸດ​ເກີດ​ເຫດ​ດັ່ງກ່າວ​ໄດ້​ເກີດ​ການລະ​ເບີດ​ອີກ​ຄັ້ງ​ໜຶ່ງ ສົ່ງ​ຜົນເຮັດ​ໃຫ້​ຕຳຫຼວດ​ຢູ່​ກັບ​ທີ່​ຜູ້​ໜຶ່ງ​ບາດ​ເຈັບ.

​​ເມືອງຄຸຍ​ອາ​ໂປ​ແມ່ນ​ເຂດ​ເກົ່າ​​ແຫ່ງ​ໜຶ່ງ​ຂອງນະຄອນຫຼວງ​ມະນີ​ລາ ​ເຊິ່ງ​ເປັນເຂດ​ຊຸມ​ຊົນ​ຜູ້​ທຸກ​ຍາກ. ວັນ​ທີ 28 ​ເມສາ​ຜ່ານ​ມາ, ຢູ່​ເຂດ​ດັ່ງກ່າວ​ເຄີຍ​ໄດ້​ເກີດ​ເຫດການ​ລະ​ເບີດ​ເທື່ອໜຶ່ງ ສົ່ງ​ຜົນ​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 14 ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ