ທ້າວ ຕິ່ງ​ຈຸ້ນຮຸ່ຍ ​ໄດ້​ຮັບ​ການ​ປະ​ກວດ​ເປັນ​ບຸກຄົນ​ກິລາ​ປະຈຳ​ປີ "ລາງວັນ​ອາຊີ"
2017-05-07 17:30:58  cri 
ຕອນ​ຄ່ຳ​ວັນ​ທີ 5 ພຶດສະພາ​ນີ້, ພິທີ​ມອບ "ລາງວັນ​ອາຊີ" ປະຈຳ​ປີຄັ້ງ​ທີ 7 ​ໄດ້​ຈັດ​ຂຶ້ນ​ຢູ່​​ໃຈກາງ​ເມືອງ​ລອນ​ດອນ​ປະ​ເທດ​ອັງກິດ, ທ້າວ ຕິ່ງ​ຈຸ້ນຮຸ່ຍ ນັກ​ຫຼິ້ນ​ສ​ໂນ​ເກີ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ໄດ້​ຮັບ​ລາງວັນ​ປະກອບ​ສ່ວນ​ກິລາ​ທີ່​ດີ​ເດັ່ນ​ປະຈຳ​ປີຂອງ​ອາຊີ​ ​ກາຍ​ເປັນ​ບຸກຄົນ​ກິລາ​ທີ່​ດີ​ເດັ່ນ​ຂອງ​ອາຊີ​ປະຈຳ​ປີນີ້.

ຫຼັງ​ພິທີ​ມອບ​ລາງວັນ, ທ້າວ ຕິ່ງ​ຈຸ້ນຮຸ່ຍ ​ໄດ້ບອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ: ຕົນ​ຮູ້ສຶກ​ນອກ​ຄາດ​ຄິດ​ແລະ​ຕື່ນ​ເຕັ້ນ​ຫຼາຍ​ທີ່​ໄດ້​ຮັບ​ລາງວັນ​ດັ່ງກ່າວ​ ນີ້ສະ​ແດງ​ໃຫ້​ເຫັນ​ວ່າ​ຢູ່​​ສະໜາມ​ກິລາ​ຕົນ​ເອງ​ບໍ່​ພຽງ​ແຕ່​ໄດ້​ຕາງໜ້າ​ປະ​ເທດ​ຈີນ​ເທົ່າ​ນັ້ນ,​ແຕ່ຍັງ​ໄດ້​ຕ້າງ​ໜ້າ​ອາຊີອີກ​ດ້ວຍ.

ທ້າວ ຕິ່ງ​ຈຸ້ນຮຸ່ຍ ປີ​ນີ້​ອາຍຸ 30 ປີ, ​ແມ່ນ​ນັກ​ຫຼິ້ນ​ສ​ໂນ​ເກີ​ອາຊີ​ຜູ້ທຳ​ອິດ​ທີ່​ໄດ້​ຮັບ​ການຈັດ​​ເປັນອັນ​ດັບ 1 ຂອງ​ໂລກ, ກໍ​​ແມ່ນ​ນັກ​ກິລາ​ຂອງ​ອາຊີ​ຜູ້​ທຳ​ອິດທີ່​ໄດ້​ຊີງ​ເຂົ້າ​ການ​ແຂ່ງຂັນສ​ໂນ​ເກີ​ຂອງ​ໂລກຮອບ​ຊີງ​ຊະນະ​ເລີດ​.

 "ລາງວັນ​ອາຊີ" ປະກອບ​ມີ 14 ລາງວັນ ​​ເຊິ່ງກ່ຽວ​ພັນ​ເຖິງ​ຂົງ​ເຂດການ​ຄ້າ, ​ແພດສາດ, ​ບັນ​ເທີ​ງ,ວັດທະນະທຳ​,ກິລາ​ແລະ​ຂົງ​ເຂດ​ອື່ນໆ. ​ໃນ​ນັ້ນ, ທ່ານ ໝ້າ​ຢຸນ ໄດ້​ຮັບ​ການປະ​ກວດເປັນ​ນັກ​ທຸລະກິດ​ປະຈຳ​ປີ 2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ