ບຣູ​ໄນ​ສະຫຼອງວັນ​ຄອບຄົວ​ແຫ່ງ​ຊາດ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​ດ້ວຍ​ຄວາມ​ປອງ​ດອງ
2017-05-08 10:08:07  cri 
ຂະ​ແໜງ​ການ​ລັດຖະບານ​ແລະ​ອົງການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຂອງ​ບຣູ​ໄນ​ໄດ້​ຈັດ​ກິດຈະ​ກຳ​ທັງ​ການບັນ​ເທີ​ງ​​ແລະ​ວັດທະນະທຳ​ກິລາ​ຫຼາຍ​ຮູບ​ແບບ​ໃນ​ວັນ​ທີ 7 ພຶດສະພາ​ນີ້​ເພື່ອ​ສະ​ເຫຼີ​ມ​ສະຫຼອງ​ວັນ​ຄອບຄົວ​ແຫ່ງ​ຊາດ​ເທື່ອ​ທີ 6 ​​​ໂດຍ​ຫວັງ​ຈະ​ເພີ່ມ​ຄວາມ​ປອງ​ດອງ​ລະຫວ່າງ​ຄົນ​ໃນ​ຄອບຄົວ​ແລະ​ເພີ່ມ​ຄວາມ​ສາມັກຄີ​ຂອງ​ເຂດ​ຊຸມ​ຊົນ​ເພື່ອ​ຊຸກຍູ້​ໃຫ້​ປະ​ເທດ​ພັດທະນາດ້ວຍ​ຄວາມປອງ​ດອງ​ກົມກຽວ​ແລະ​ໝັ້ນ​ທ່ຽງ.

ບຣູ​ໄນ​ມີ​ປະຊາກອນ​ປະມານ 4 ​ແສນ​ຄົນ ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນທີ່​ມີ​ອັດຕາ​ກະທຳ​ຜິດ​ກົດໝາຍ​ຕ່ຳ​ສົມຄວນ. ນັບ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ, ປະ​ເທດ​ດັ່ງກ່າວ​ໄດ້​ກຳນົດ​ເອົາ​ວັນ​ອາທິດ​ທຳ​ອິດ​ຂອງ​ເດືອນ​ພຶດສະພາ​​ເປັນ​ວັນ​ຄອບຄົວ​ແຫ່​ງຊາດ ​ແລະ​ຫົວ​ຂໍ້​​ໃນປີນີ້​ເນັ້ນ ຄອບຄົວມີຄວາມຮັກແພງ ປະເທດຈະເລີນຮຸ່ງເຮືອງ.

ຊຸນ​ຕານຮາ​ຊັນ​ນານ ​ໂບນຄີ​ອາ  ພ້ອມ​ດ້ວຍພະ​ບໍລົມ​ມະ​ວົງສາ​ນຸວົງ​ຫຼາຍພະ​ອົງຂອງ​ບຣູ​ໄນ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ຂີ່​ລົດຖີບ​ອ້ອມ​ເທດສະບານ​ເມືອງ​ໃນ​ວັນ​ທີ 7 ພຶດສະພາ​ນີ້ ຂະນະ​ທີ່​ທຸກໆ​ຄົນ​ໃນຫຼາຍໆ​ຄອບຄົວ​ກໍ​ໄດ້​ອອກ​ເຮືອນ​ມາ​ຟ້ອນ​ລຳ​ທຳ​ເພງ​, ຮ່ວມຫຼິ້ນ​ເກ​ມ​ແລະ​ກິລາ​ເພື່ອ​​​ສ້າງ​ຄວາມ​ສຸກ​ໃນ​ຄອບຄົວຢູ່​​ເທດສະບານນະຄອນຫຼວງ​ບານ​ດາ ​ເຊຣີ ​ເບ​ກາ​ວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ