ຄັງສຳຮອງ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນ​ເພີ່ມ​ຂຶ້ນ 3 ​ເດືອນ​ຢ່າງ​ຕໍ່​ເນື່ອງ
2017-05-08 15:40:32  cri 

ທະນາຄານ​ປະຊາຊົນ​ຈີນ​ໄດ້​ປະກາດ​ໃນ​ວັນ​ທີ 7 ພຶດສະພາ​ນີ້​ວ່າ: ມາ​ເຖິງ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ, ຄັງສຳຮອງ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ຂອງ​ປະ​ເທດບັນລຸ​ເຖິງ 3.029 ຕື້ 500 ລ້ານ​ໂດ​ລາ​ສະຫະລັດ ​​ເຊິ່ງ​ເປັນ​ການເພີ່ມ​ຂຶ້ນ 3 ​ເດືອນ​ຢ່າງ​ຕໍ່​ເນື່ອງ.

ຂ່າວ​ລາຍ​ງານ​ວ່າ, ​ໃນ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ, ຄັງ​ສຳຮອງ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 20 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ ​​ຫຼື 0,7% ເມື່ອ​ທຽບ​ໃສ່​ທ້າຍ​ເດືອນ​ມີນາ ​ເຊິ່ງ​​ໄດ້ເພີ່ມ​ຂຶ້ນ 3 ​ເດືອນ​ຢ່າງ​ຕໍ່​ເນື່ອງ.

​ເຈົ້າໜ້າ​ທີ່​ອົງການ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ແຫ່ງ​ຊາດ ຢືນຢັນ​ວ່າ: ​ໃນ​ເດືອນ​​ເມສາ​ຜ່ານ​ມາ, ທຶນ​ຈໍລະ​ຈອນ​ຂ້າມ​ຊາດ​ຂອງ​ປະ​ເທດ​ຕົນ​ສືບ​ຕໍ່​ມີ​ຄວາມ​ດຸນ​ດ່ຽງ, ການ​ສະໜອງ​ແລະ​ຄວາມ​ຕ້ອງການ​ຕໍ່​ເງິນຕາ​ຕ່າງປະ​ເທດກໍ​ມີ​ຄວາມ​ສົມ​ດູ​ນກັນ​ໂດຍ​ພື້ນຖານ; ຂະນະ​ທີ່​ໃນ​ຕະຫຼາດການ​ເງິນ​ສາກົນ, ​ເງິນຕາ​ທີ່​ບໍ່​ແມ່ນ​ໂດ​ລາ​ສະຫະລັດ​ໄດ້​ແຂງ​ຄ່າ​ຂຶ້ນ​ເມື່ອ​ທຽບ​ໃສ່​​ເງິນໂດ​ລາ​ສະຫະລັດ, ລາຄາ​ຊັບ​ສິນ​ກໍ​ເພີ່ມ​ຂຶ້ນ​ໃນ​ລະດັບ​ໃດ​ໜຶ່ງ​ເຊັ່ນ​ດຽວ​ກັນ ​ແລະຈາກປັດ​​ໄຈ​ດັ່ງກ່າວ, ​ໄດ້​​ເຮັດ​ໃຫ້​ຄັງ​ສຳຮອງ​ສະກຸນເງິນຕາ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ