ຈັດ​ງານ​ສິລະ​ປະວັດ​ທະນະ​ທຳ​ຈີນ-​ໄທ​ຄັ້ງທີ 4 ຢູ່​ບາງກອກ
2017-05-08 15:42:48  cri 

ສູນວັດທະນະທຳ​ຈີນ​ຢູ່ນະຄອນຫຼວງບາງກອກ ​ແລະ ມະຫາວິທະຍາ​ໄລ​ສີ​ນະຄຣິນວິ​ໂຣດ​ປະ​ເທດໄທ ​ໄດ້​ຮ່ວມ​ຈັດ​ງານ​ສິລະ​ປະວັດ​ທະນະ​ທຳ​ຈີນ-​ໄທ​ຄັ້ງທີ 4 ​ໃນ​ວັນ​ທີ 7 ພຶດສະພາ​ນີ້.

​ໃນ​ລາຍການສະ​ແດງ​ຂອງ​ງານ​ດັ່ງກ່າວ, ນັກສະ​ແດງ​ຈາກ​​ວົງ​ນາດຕະສິນ​ແຂວງ​ເຫີ​​ເປີ​ຍ, ວິທະຍາ​ໄລ​ສິລະ​ປະວິຊາ​ຊີບ​ເຫີ​ເປີ​ຍ ​ແລະ​ຫົວໜ່ວຍ​ອື່ນໆ​ຂອງ​ຈີນ ​ໄດ້ສະ​ແດງ​ລາຍການ​ຕ່າງໆ ​ເປັນຕົ້ນ ການ​ຟ້ອນ​ເຕັ້ນ, ກາ​ຍະ​ສິນ, ການຫຼິ້ນ​ດົນຕີ ​ແລະ​ອື່ນໆ ທີ່​ມີ​ສີສັນອັນ​ງົດ​ງາມ​ຂອງ​ແຂວງ​ດັ່ງກ່າວ. ຂະ​ນະ​ທີ່​ອາຈານ​ແລະ​ນັກ​ສຶກສາຈາກ​ມະຫາວິທະຍາ​ໄລ​ສີ​ນະຄຣິນວິ​ໂຣດ ກໍ​ໄດ້​ສະ​ແດງ​ການ​ຟ້ອນ ​ແລະ ​ຫຼິ້ນ​ດົນຕີ​ທີ່​ເປັນມູນ​ເຊື້ອຂອງໄທ.

ງານ​ສິລະ​ປະວັດ​ທະນະ​ທຳ​ຈີນ-​ໄທ​ຄັ້ງນີ້​ແມ່ນ​ໜຶ່ງ​ໃນ​ກິດຈະກຳ​ຕ່າງໆ​ໃນ​ໂອກາດ​ "ປີ​ວັດທະນະທຳ​ເຫີ​ເປີ​ຍ 2017" ​ແລະຜ່ານຈາກ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ສິລະ​ປະວັດ​ທະນະ​ທຳ​ລະຫວ່າງ​ຈີນ-​ໄທ, ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ໃຫ້​ປະຊາຊົນ​ສອງ​ຊາດຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ວັດທະນະທຳ, ສິລະ​ປະ​ຂອງກັນ​ແລະ​ກັນ, ພ້ອມ​ທັງ​ເສີມ​ສ້າງ​ໄມຕີ​ຈິດມິດຕະພາບ​ແລະ​ຄວາມ​ຮັກ​ແພງ​ລະຫວ່າງ​ປະຊາຊົນສອງ​ຊາດ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ