ປະທານ​ປະ​ເທດ​ຈີນ​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ປະທານາທິບໍດີ​ຝຣັ່ງຄົນ​ໃໝ່
2017-05-08 16:01:28  cri 
ວັນ​ທີ 8 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ​ທ່ານ​​ແອ​ມມາ​ນູ​ແອນ ມາກຣອງ ​ໃນ​ໂອກາດ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຝຣັ່ງຄົນ​ໃໝ່ ​​ວ່າ: ຝຣັ່ງ​ແມ່ນ​ປະ​ເທດ​​ຕາ​ເວັນ​ຕົກໃຫຍ່ປະ​ເທດ​ທຳ​ອິດ​ທີ່​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ກັບ ສປ ຈີນ ຢ່າງ​ເປັນ​ທາງ​ການ ​ໂດ​ຍສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ໝາຍ​ທາງ​ຍຸດ​ທະ​ສາດ​ທີ່​ສຳຄັນ ​ທັງມີ​ບົດບາດ​ສຳຄັນ​ໃນ​ສາກົນ ​ແລະ​ໄດ້​ພັດທະນາ​ຢ່າງ​ໜັກ​ແໜ້ນ, ປອດ​ໃສ ​ແລະ ຕໍ່​ເນື່ອງ ​ໃນ​ຊຸມ​ປີຜ່ານມາ. ຂະນະ​ທີ່​ຈີນ​ແລະ​ຝຣັ່ງ​ໃນ​ຖານະ​ເປັນປະ​ເທດ​ມົນຕີ​ຖາວອນ​ໃນ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ມີ​ບົດບາດ​ສຳຄັນ​ໃນ​ສາກົນ ລ້ວນ​ແຕ່​ມີ​ຄວາມ​ຮັບຜິດຊອບ​ທີ່​ສຳຄັນ​ເປັນ​ພິ​ເສດ​ຕໍ່​ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ໂລກ. ການ​ທີ່​ຈະ​ເຮັດ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ຝຣັ່ງ​ພັດທະນາ​ຢ່າງ​ປອດ​ໃສ ​ແລະ ໜັກ​ແໜ້ນນັ້ນ ບໍ່​ພຽງ​ແຕ່​​ເປັນ​ຜົນ​ດີ​ຕໍ່​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ຊາດ​ເທົ່າ​ນັ້ນ, ​ແຕ່​ຍັງ​​ເປັນຜົນ​ດີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ​ອີກ​ດ້ວຍ. ​ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ສຸມ​ທຸກ​ຄວາມພະຍາຍາມ​ຮ່ວມ​ກັບ​ຝຣັ່ງ ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຂຶ້ນສູ່​ລະດັບ​​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ