ໂຄງການກັ່ນນ້ຳມັນແຂວງຢຸນນານຂອງທໍ່ສົ່ງນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຈີນ-ມຽນມາເຂົ້າສູ່ໄລຍະການຜະລິດແລ້ວ
2017-05-08 16:08:22  cri 

ວັນທີ 7 ພຶດສະພານີ້, ເຈົ້າໜ້າທີ່ບໍລິສັດນ້ຳມັນເຊື້ອໄຟແລະອຸດສາຫະກຳເຄມີແຂວງຢຸນນານຈຳກັດທີ່ຂຶ້ນກັບກຸ່ມບໍລິສັດນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຈີນໃຫ້ຮູ້ວ່າ: ໂຄງການກັ່ນນ້ຳມັນທີ່ມີຄວາມສາມາດຜະລິດໄດ້ 1.300 ໂຕນຕໍ່ປີຂອງບໍລິສັດຕົນໃນກິດຈະການທໍ່ສົ່ງນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຈີນ-ມຽນມາໄດ້ເຂົ້າສູ່ໄລຍະການຜະລິດໂຕຈິງແລ້ວ.


ທ່ານ ຈິ່ນຢ້ຽນຈ່ຽງ ຜູ້ອຳນວຍການໃຫຍ່ບໍລິສັດນ້ຳມັນເຊື້ອໄຟແລະອຸດສາຫະກຳເຄມີແຂວງຢຸນນານຈຳກັດກ່າວວ່າ: ໃນຖານະເປັນສູນກາງຫັນປ່ຽນພະລັງງານ,ການເລີ່ມຜະລິດຂອງໂຄງການດັ່ງກ່າວມີຄວາມໝາຍສຳຄັນຕໍ່ການຮັບປະກັນໃຫ້ທໍ່ສົ່ງນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຈີນ-ມຽນມາດຳເນີນຢ່າງປອດໄພສະດວກ,ໝັ້ນຄົງ ແລະ ຊຸກຍູ້ການປະຕິບັດຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ".

ຕົ້ນທາງຂອງທໍ່ສົ່ງນ້ຳມັນດິບຈີນ-ມຽນມາຕັ້ງຢູ່ເກາະມາໄດແຄມຝັ່ງທະເລຕາເວັນຕົກຂອງມຽນມາ, ສ່ວນຕົ້ນທາງຂອງທໍ່ສົ່ງອາຍແກັສທຳມະຊາດຕັ້ງຢູ່ທ່າກຳປັ່ນຄຽວພູ ໂດຍເມື່ອວັນທີ 30 ມັງກອນປີ 2015, ທໍ່ສົ່ງນ້ຳມັນເຊື້ອໄຟຈີນ-ມຽນມາໄດ້ສ້າງສຳເລັດ ແລະ ໂຄງການກັ່ນນ້ຳມັນແຂວງຢຸນນານເປັນໂຄງການທີ່ເປັນລະບົບຄົບຊຸດສຳຄັນຂອງທໍ່ສົ່ງນ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດຈີນ-ມຽນມາ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ