ເກີດເຫດລະເບີດສອງຄັ້ງຢູ່ມະນີລາ ສົ່ງຜົນເຮັດໃຫ້ປະຊາຊົນ 2 ຄົນເສຍຊີວິດ
2017-05-08 16:09:55  cri 

ຕອນຄ່ຳວັນທີ 6 ພຶດສະພານີ້, ໄດ້ເກີດເຫດລະເບີດ 2 ຄັ້ງຢູ່ນະຄອນຫຼວງມະນີລາປະເທດຟີລິບປິນ ສົ່ງຜົນເຮັດໃຫ້ປະຊາຊົນ 2 ຄົນເສຍຊີວິດ ແລະ 6 ຄົນບາດເຈັບ.

ສື່ມວນຊົນປະເທດດັ່ງກ່າວລາຍງານວ່າ: ໃນເວລາປະມານ 17 ໂມງ 55 ນາທີຂອງວັນທີ 6 ພຶດສະພານີ້, ຢູ່ທາງແຍກລະຫວ່າງຖະໜົນໂນຊາກາເຣກັບຖະໜົນເອລີຊັບໂດນະຄອນຫຼວງມະນີລາໄດ້ເກີດເຫດລະເບີດເປັນເທື່ອທຳອິດແລະເວລາ 20 ໂມງ 32 ນາທີກໍລະເບີດເປັນເທື່ອທີສອງ ໂດຍທັງສອງຈຸດນີ້ລ້ວນແຕ່ຢູ່ໃກ້ສຸເຫຼົ່າອິສລາມແຫ່ງໜຶ່ງໃນເຂດກຸຍອາໂປ.

ຂ່າວແຈ້ງວ່າ:ຕຳຫຼວດມະນີລາພວມສືບສວນສາເຫດຂອງການເກີດເຫດລະເບີດສອງຄັ້ງດັ່ງກ່າວແມ່ນຍ້ອນບັນຫາທາງສາສະໜາແລະຊົນເຜົ່າຫຼືບໍ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ