ນາ​ໂຕ​ຫວັງ​ຟື້ນ​ຟູ​ການ​​ເຈ​ລະ​ຈາ​ກັບຣັດ​ເຊຍ
2017-05-08 16:39:15  cri 
ຕາມ​ຂ່າວສານ​ຈີນ: ວັນ​ທີ 7 ພຶດສະພາ​ນີ້​ຕາມ​ເວລາຣັດ​ເຊຍ,ທ່ານ​ລັ​ຟລົບ ລັດຖະມົນຕີ​ກະ​ຊວງ​ການ​ຕ່າງປະ​ເທດ​ປະ​ເທດ​ດັ່ງກ່າວ​ກ່າວ​ວ່າ,ນາ​ໂຕ​ຫວັງ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກັບປະ​ເທດ​ຕົນ​ແລະ​ປະ​ເທດ​ຕົນ​ກໍ​ກຽມພ້ອມ​ສະ​ເໝີແລ້ວ.
ທ່ານ​ກ່າວ​ຕື່ມ​ວ່າ,​ແນວ​​ໃດ​ກໍ​ດີ ການ​ທີ່​ຈະ​ດຳ​ເນີນ​ການ​ເຈລະຈາ​ນັ້ນ​ຕ້ອງ​ຢູ່ບົນ​ພື້ນຖານຄວາມ​ສະ​ເໝີ​ພາບ​ແລະ​ເຄົາລົບ​ຜົນ​ປະ​ໂຫຍ​ດ​ເຊິ່ງກັນ​ແລະ​ກັນ​ແລະ​ຈະ​ເຈລະຈາ​ພຽງ​ແຕ່ບັນຫາ​ທີ່​ສາມາດຮ່ວມ​ກັນ​ຮັບ​ເອົາ​ໄດ້​ເທົ່າ​ນັ້ນ,​ຫາກ​ບໍ່​ແມ່ນ​ຈະ​ຫາລື​ແຕ່​ບັນຫາ​ທີ່​ນາ​ໂຕ​ຕ້ອງການ​ແກ້​ໄຂ​ທີ່​ສຸດ.
ທ່ານ​ກ່າວຕື່ມ​ວ່າ,ການ​ພົວພັນ​ລະຫວ່າງຣັດ​ເຊຍ-ອາ​ເມ​ລິ​ກາ​ມີ​ຜົນ​ກະທົບ​ຢ່າງໃຫຍ່​ຫຼວງຕໍ່​ສະຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ໂລກ,ສະ​ນັ້ນ​ປັດຈຸບັນ​ຝ່າຍ​ຕ່າງ​ຄອງ​ຄອຍ​ຜູ້ນຳ​ສອງ​ປະ​ເທດ​ພົບ​ປະກັນ​ທັງ​ໄດ້​ຮັບ​ຜົນ​ທີ່​ເປັນ​ຮູບ​ປະ​ທຳ​ແລະ​ຕ້ອງການ​ກະກຽມ​ໃຫ້​ດີ​ເພື່ອ​ບັນລຸ​ການ​ພົບ​ປະກັນ​ເຊິ່ງ "ຣັດ​ເຊຍ​ກໍພວມ​ດຳ​ເນີນ​ການ​ກະກຽມ​ທີ່​ກ່ຽວຂ້ອງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ