​ໄຕ​ມາດ​ທຳ​ອິດ​ປີ 2017,ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ກຳປ​ເຈຍ​ຍັງ​ຄອງ​ອັນ​ດັບ​ໜຶ່ງ
2017-05-08 16:48:53  cri 
ຕາມ​ຂ່າວສານ​ຈີນ:ກະ​ຊວງ​​ທ່ອງທ່ຽວ​ລາຊະ​ອານາຈັກ​ກຳປູ​ເຈຍ​ເປີດ​ເຜີຍບົດ​ລາຍ​ງານ​ໃນ​ວັນ​ທີ 5 ພຶດສະພາ​ນີ້​ວ່າ,​ໃນ​ໄຕ​ມາດ​ທຳ​ອິດ​ປີ 2017 ນີ້, ປະ​ເທດ​ຕົນ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 1 ລ້ານ 5 ​ແສນ​ເທື່ອ​ຄົນ​ເຊິ່ງເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 12% ​ແລະ​ຈີນ​ຍັງ​ຄົງ​ເປັນ​ປະ​ເທດ​ແຫຼ່ງນັກ​ທ່ອງ​ທ່ຽວ​ທີ່​ໃຫຍ່​ກວ່າ​ໝູ່​​ເໝືອນ​ເດີມ.
ບົດ​ລາຍ​ງານ​ລະບຸ​ວ່າ,​ນັບແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກຸມພາ​ປີນີ້,ກຳປູ​ເຈຍ​ໄດ້​​ຕ້ອນຮັບ​ນັກ​ທ່ອງ​ທ່ຽວຈີນຫຼາຍກວ່າ 1 ​ແສນ 7 ໝື່ນ​ເທື່ອ​ຄົນເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ 16,7%; ຫວຽດນາມ​ຫຼາຍກວ່າ 1 ​ແສນ 4 ໝື່ນ​ເທື່ອ​ຄົນ​ແລະ​ສ.​ເກົາຫຼີ 1 ​ແສນ​ເທື່ອຄົນ.
ກະຊວງ​ທ່ອງທ່ຽວ​ປະ​ເທດ​ດັ່ງກ່າວ​​ເປີດ​ເຜີຍ​ຕື່ມ​ວ່າ,ນັກ​ທ່ອງ​ທ່ຽວທີ່​ເພີ່​ມຫຼາຍຂຶ້ນ​​ເປັນ​ຜົນ​ມາ​ຈາກ​ມີ​ເສັ້ນທາງ​ການບິນ​ຫຼາຍກວ່າ​ເກົ່າ​ແລະ​ການ​ປະ​ດິດຜະລິດ​ຕະພັນ​ການທ່ອງທ່ຽວ​ກໍໄດ້​ຫຼາຍຂຶ້ນ​ແລະ​ຄາດ​ວ່າປີ​ນີ້​ຈະ​​ຕ້ອນ​ຮັບນັກ​ທ່ອງ​ທ່ຽວສາກົນ​ໄດ້​ເຖິງ 5 ລ້ານ 4 ​ແສນ​​ເທື່ອ​ຄົນ​ແລະ​ປີ 2020 ຈະ​ເພີ່ມ​ຂຶ້ນ​ເປັນ 7 ລ້ານ​ເທື່ອ​ຄົນ​ແລະ​ຖ້າ​ເປັນ​ໄປ​ຕາມ​ເປົ້າ​ກໍ​ຈະ​ສ້າງ​ລາຍ​ຮັບ​ເປັນ​ເງິນ​ຕາຕ່າງປະ​ເທດ​ໄດ້​ເຖິງ 5 ຕື້​ໂດ​ລາ​ສະຫະລັດ.
​ແນວ​ໃດ​ກໍ​ດີ,​ເປົ້າ​ໝາຍດຶງດູດ​ນັກ​ທ່ອງ​ທ່ຽວ​ຈີນ​​ແຕ່​ປີ 2016 ຫາ 2020 ​ແລະ​ປຶ້ມ​ປົກ​ຂາວ​ ChinaReady ທີ່​ກຳປູ​ເຈຍ​ເປີດ​ເຜີຍ​ນັ້ນ​ໄດ້​ລະບຸ​ໄວ້​ວ່າ,ປີ 2020 ຈະ​ດຶງດູ​ດນັກທ່ອງ​ທ່ຽວ​ຈີນ​​ໃຫ້​ໄດ້ 2 ລ້ານຄົນ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ