"ຍຸດ​ທະ​ສາດ​ສີ່ຫຼ່ຽມ"ຂອງ​ກຳປູ​ເຈຍ​ເຊື່ອມ​​ເຂົ້າກັບ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-05-08 16:57:20  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: "ຍຸດ​ທະ​ສາດ​ສີ່ຫຼ່ຽມ"ຂອງ​ກຳປູ​ເຈຍ​ຄື "ການ​ເຕີບ​​ໂຕ,ການ​ສ້າງ​ວຽກ​ເຮັດ​ງານ​ທຳ,ສະ​ເໝີ​ພາບ​ແລະສະມັດຖະພາບ"​ເປັນຍຸດ​ທະ​ສາດ​ທີ່​ເນັ້ນ​ປົວ​ແປງ​ແລະ​ຍົກ​​ຂີດ​ຄວາມ​ສາມາດ​ປົກຄອງ​ຂອງ​ຂະ​ແໜງ​ການ​ບໍລິການ​ຂັ້ນ​ຕ່າງໆ​ແລະ​​ເພີ່ມ​ທະວີ​ລະດັບ​ການ​ຄຸ້ມ​ຄອງ​ໃຫ້​ສູງ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ເປັນ​ທັນ​ສະ​ໄໝ​ທີ່​ຈະ​ຊ່ວຍ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ແລະ​ຮັບປະກັນ​ຄວາມສະ​ເໝີ​ພາບ​ທາງ​ສັງຄົມ​ແລະ​ເພີ່ມ​ປະສິດທິພາບການ​ເຮັດ​ວຽກ​ຂອງ​ຂົງ​ເຂດ​ສາທາລະນະ​ພ້ອມ​ທັງ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​​ວັດທະນະທຳ​ຂອງ​ປະ​ເທດ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ການ​​ແກ້​ໄຂຄວາມທຸກ​ຍາກ​ຂອງ​ປະ​ເທດ.
ກຳປູ​ເຈຍ​ແລະ​ຈີນ​ເຫັນ​ດີ​ໃຫ້ "ຍຸດ​ທະ​ສາດ​ສີ່ຫຼ່ຽມ"​ແລະ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ເຊື່ອມ​​ເຂົ້າ​ກັນ​ຢ່າງ​ມີ​ປະສິດ​ທິພາ​ບ​ແລະ​ສ້າງ​​ເສດ​ເສດຖະກິດ​ພິ​ເສດທ່າ​ກຳ​ປັ່ນ​ສີຫະ​ນຸ​ເປັນ​ "ປ່ອງຢ້ຽມ​ແຫ່ງ​ການ​ໄຂ​ປະຕູ".ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ກຳປູ​ເຈຍ​ໃນ​ຂົງ​ເຂດ​ກາ​ນບິນ​ແລະ​ການທ່ອງທ່ຽວ​ເປັນ​ຕົ້ນ​ແລະ​ຖື​ເປັນ​ເນື້ອ​ໃນ​ສຳຄັນ​ໃນ​ການ​ເຊື່ອມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະ "ຍຸດ​ທະ​ສາດ​ສີ່ຫຼ່ຽມ"ຂອງ​ກຳປູ​ເຈຍ​ເຂົ້າກັນ.ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ວ່າ,ຈີນ​ມີ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ",ກຳປູ​ເຈຍກໍມີ ​"ຍຸດ​ທະ​ສາດ​ສີ່ຫຼ່ຽມ"​ເຊິ່ງມີ​ເນື້ອ​ໃນ​ຈູ​ນ​ເຈືອ​​ຍູ້​ໜູນເຊິ່ງກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ