​ຊາວ​ໜຸ່ມ​ຈີນ​ແລະ​ມຽນມາ​ຮ່ວມ​ກິດຈະກຳ​ຢູ່​ນະຄອນຫຼວງ​ປັກ​ກິ່ງ
2017-05-08 16:10:44  cri 
ຕາມ​ຂ່າວສານ​ຈີນ: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ມູນ​ນິທິຊຸ້ງ​ຊິ້ງຫຼິງ​ຈີນ, ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ມຽນມາ​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ຈີນ ​ແລະ​ຮ່ວມ​ກິດຈະກຳ​ກັບ​ຊາວ​ໜຸ່ມ​ຈີນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 7 ​​ເດືອນ​ນີ້.

​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ຊາວ​ໜຸ່ມ​ຈີນ​ແລະ​ມຽນມາ​ໄດ້​ຈັດ​ກິດຈະກຳດ້ານ​ວັດທະນະທຳ​ຮ່ວມ ​ແລະ​ໄດ້​ສ້າງ​ຂົວ​ມິດຕະພາບ​ແຫ່ງ​ການ​ໄປມາຫາສູ່​ກັນຂອງ​ປະຊາຊົນ​ສອງ​ຊາດ. ​ຂ່າວ​ແຈ້ງວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ກິດຈະກຳ​ຮ່ວມ​ມື​ສຳຄັນ​ລະຫວ່າງ​ມູນ​ນິທິ​ຊຸ້ງ​ຊິ້ງຫຼິງ​ຈີນ​ກັບ​ມູນ​ນິທິ​ໄລ​ກຸນ​ທູ​ມຽນມາ​ໃນ​ປີ​ນີ້ ​ໂດຍຄະນະ​ຜູ້​ແທນ 23 ຄົນ​ໄດ້​ເດີນທາງ​ມາ​ຮອດ​ຈີນ​ໃນ​ວັນ​ທີ 4 ​ເດືອນ​ນີ້ ​ແລະ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ​​ຢູ່​ເມືອງ​ຊີ​ອານ​ເປັນ​ຈຸດ​ທຳ​ອິດ.
ຂ່າວ​ແຈ້ງ​ຕື່ມ​ວ່າ, ກິດຈະກຳ​ແລກປ່ຽນ​ເທື່ອ​ນີ້​ຈະ​ດຳ​ເນີນໄປຈົນ​ຮອດ​ວັນ​ທີ 10 ​ເດືອນ​ນີ້ ​​ໂດຍ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ມຽນມາ​ຈະ​​ໄດ້ເຂົ້າ​ຮ່ວມ​ກິດຈະກຳ​ຕ່າງໆ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ