ທະຫານ​ເຮືອ​ຈີນ​ຮ່ວມ​​ຊ້ອມ​ຮົບ​ຮ່ວມ​ຫຼາຍ​ຝ່າຍ​ທາງ​ທະ​ເລ​ຂອງ​ເວທີ​ປຶກສາ​ຫາລືກ​ອງທັບ​ເຮືອ​ປາຊີ​ຟິກຕາ​ເວັນ​ຕົກ​ຄັ້ງ​ທີ 6
2017-05-09 11:10:28  cri 
ຕອນ​ບ່າຍ​ວັນ​ທີ 8 ພຶດສະພາ​ນີ້, ກຳ​ປັ່ນ​ຮົບ "ຫວງ​ຊ່ານ"ທີ່​ຂຶ້ນ​ກັບ​ກອງ​ກຳ​ປັ່ນ​ທະ​ເລ​ຈີນ​ໃຕ້ຂອງກອງທັບເຮືອຈີນໄດ້ບັນທຸກຍົນເຮລິກົບແຕໜຶ່ງລຳ​ເດີນທາງຈາກເມືອງຈ້ານຈ່ຽງ ແຂວງກວາງຕຸ້ງມຸ່ງ​ໜ້າ​ສູ່ສິງກະໂປເພື່ອເຂົ້າຮ່ວມ​ຊ້ອມ​ຮົບ​ຮ່ວມ​ຫຼາຍ​ຝ່າຍ​ທາງ​ທະ​ເລ​ຂອງ​ເວທີ​ປຶກສາ​ຫາລືກ​ອງທັບ​ເຮືອ​ປາຊີ​ຟິກຕາ​ເວັນ​ຕົກ​ຄັ້ງ​ທີ 6, ການ​ກວດ​ກອງ​ກຳ​ປັ່ນ​ສາກົນ​​ໂອກາດ​ສະຫຼອງ​ວັນ​ສ້າງ​ຕັ້ງ​ກອງທັບ​ເຮືອ​ສິງກະ​ໂປ​ຄົບຮອບ 50 ປີ ​ແລະ​ງານ​ວາງສະ​ແດງ​ການ​ປ້ອງ​ກັນຊາ​ດທາງ​ທະ​ເລ​ສາກົນ​ອາຊີ 2017.

ການ​ຊ້ອມ​ຮົບ​ຮ່ວມ​ເທື່ອ​ນີ້, ກຳ​ປັ່ນ "ຫວງ​ຊ່ານ"​ຈະຮ່ວມ​​ຝຶກ​ຊ້ອ​ມ​ຕ່າງໆ ທັງ​ຈະ​​ແລກປ່ຽນ​ກັບ​ກອງທັບ​ເຮືອ​ບັນດາ​ປະ​ເທດທີ່​ຮ່ວມ​ຝຶກ​ຊ້ອມ​​ດ້ານ​ການ​ທະຫານ​ແລະ​ວັດທະນະທຳ​ເພື່ອ​​ເພີ່ມ​ຄວາມ​ເຂົ້າ​ໃຈ,ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການຮ່ວມ​ມືຕົວ​ຈິງລະຫວ່າງ​ກອງທັບ​ເຮືອ​ບັນດາ​ປະ​ເທດ​ສະມາຊິກ​​ເຂົ້າ​ສູ່​ລວ​ງ​ເລິກ​ຕື່ມ​ອີກ.

ເວທີ​ປຶກສາ​ຫາລື​ກອງທັບ​ເຮືອ​ປາຊີ​ຟິກຕາ​ເວັນ​ຕົກທີ່​ສ້າງຕັ້ງ​ຂຶ້ນ​ເມື່ອ​ປີ 1987 ​ໄດ້​ເນັ້ນສົ່ງ​ເສີມ​ການ​ຮ່ວມ​ມື​ຕົວ​ຈິງ, ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ລະຫວ່າງ​ກອງທັບ​ເຮືອ​ຂອງ​ປະ​ເທ​ດສະມາຊິກ ​ແລະ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ຂອງ​ພາກ​ພື້ນ​ຕົນ. ປັດຈຸບັນ, ​ເວທີ​ປຶກສາ​ຫາລື​ດັ່ງກ່າວ​ມີ 21 ປະ​ເທດ​ສະມາຊິກ​ແລະ 14 ປະ​ເທດ​ສັງ​ເກດ​ການ ​ໃນ​ນີ້ ຈີນ​ເປັນ​ໜຶ່ງ​ໃນບັນດາ​ປະ​ເທດ​​ໃນ​ການກໍ່​ຕັ້ງ​ເວທີ​ປຶກສາ​ຫາລື​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ