China Mobile ຈະ​ຕັ້ງໜ້າ​ສົ່ງ​ເສີມ​ການ​ກໍ່ສ້າງ​​ໂຄງການສາຍ​ກາບ​​ໃຍ​ແສງ​ຂ້າມຊາດ
2017-05-09 11:11:28  cri 
ວັນ​ທີ 5 ພຶດສະພາ​ນີ້, ກຸ່ມ​ບໍລິສັດ​ສື່ສານ​ເຄື່ອນ​ທີ່​ຈີນຫຼື China Mobile​ໄດ້​ນຳ​ສະ​ເໜີ​ສະພາບ​ການ​​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ຂອງ​ຫ້ອງ​ວ່າການ​ລັດຖະບານ​ຈີນ​ວ່າ: ບໍລິສັດ​ຕົນ​ຈະ​ຕັ້ງໜ້າ​ສົ່ງ​ເສີມ​ການ​ກໍ່ສ້າງ​ໂຄງການສາ​ຍກາບ​​ໃຍ​ແສງຂ້າມຊາດ​ໄປ​ສູ່​ມຽນມາ,​ເນ​ປານ,ປາ​ກິ​ສະຖານ​ແລະ​ກຽກກິ​ສະ​ຖານ.

ທ່ານ​ຊ້າງ​ປິ່ງ ປະທານກຸ່ມ​ບໍລິ​ສັດ China Mobile ​ຢືນຢັນ​ວ່າ: ​ໃນ​ການກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ​ໄດ້​ດຳ​ເນີນ​ການກໍ່ສ້າງ​ດ້ວຍ​ຕົນ​ເອງ​ແລະ​ຮ່ວມ​ມືກັບ​ສາກົນ​ໂດຍ​ໄດ້​ສ້າງລະບົບສາ​ຍ​ໃຍ​ແກ້ວ​ແສງທາງບົກຂ້າມ​ຊາດ 8 ສາຍ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ,ອາຊີ​ກາງ,ອາຊີ​ໃຕ້​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ພ້ອມ​ກັນ​ນັ້ນ,ຍັງ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ສ້າງສາ​ຍກາບ​​ໃຍ​ແສງພື້ນ​ທະ​ເລ​ສາກົນ 5 ສາຍ​ອີກ​ດ້ວຍ. ທັງ​ນີ້​ໄດ້​ກໍ່ສ້າງ​ "ທາງ​ດ່ວນ​ຂໍ້​ມູນ​ຂ່າວສານ"ທັງ​ທາງບົກ​ແລະ​ທາງ​ທະ​ເລ​ໃຫ້​ສຳ​ເລັດ ທັງ​ໄດ້​ຍົກ​ສູງ​ລະດັບ​ການ​ເຊື່ອມ​ຈອດ ​ພື້ນຖານ​ໂຄງ​ລ່າງ​ການ​ສື່ສານ​ແລະ​ເພີ່ມ​ຄວາມ​ສາມາດ​ສື່ສານ​​ໃນ​ກິດຈະການ​ສາກົນ​​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ