ເມືອ​ງ​ເ​ຊິ່ນ​​ເຈີ້​ນ​ເປີດ​ຂະ​ບວນລົດ​ໄຟ​ໃຕ້​ດິນ "ບອກ​ຮັກ"
2017-05-09 16:20:00  cri 

ວັນ​ທີ 8 ພຶດສະພາ​ນີ້, ບໍລິສັດ​ລົດ​ໄຟ​ໃຕ້​ດິນ​ເມືອງ​​ເຊິ່ນ​ເຈີ້ນ ​ແຂວງ​ກວາງຕຸ້ງ ສປ ຈີນ​ໄດ້​ເປີດຂະ​ບວນລົດທີ່ພາຍ​ໃນ​​ໄດ້ຕົບ​ແຕ່ງສີ​ບົວ​ສະ​ເພາະຢູ່​ສາຍ 1 ​​ໄປ​ກັບທຸກມື້ເປັນ​ເວລາ 1 ​ເດືອນ​.​ໃນ​ຕູ້​ລົດ​ໄດ້​ຕິດ​ຄຳ​ປະ​ໂຫຍ​ກຕ່າງໆ​ທີ່​ສະ​ແດງ​​ເຖິງຄວາມ​ຮັກ​ເຊິ່ງບາງ​ຄົນ​ບອກ​ຮັກ​ຕໍ່​ຜູ້​ທີ່​ຕົນ​ມັກ, ບາງ​ຄົນ​ບອກ​ຮັກ​ຕໍ່​ພໍ່​ແມ່ ​ແລະບາງ​ຄົນບອກ​ຮັກ​ຕໍ່​ໝູ່​ຮ່ວມ​ຮຽນ ​​ເຫຼົ່າ​ນີ້​ເປັນ​ຕົ້ນ. ນອກ​ນີ້, ຍັງ​ມີ​ຕູ້​ລົດ​ໄຟ​ສະ​ເພາະ​ຄົນ​ໂສດ​ຕູ້​ໜຶ່ງ​ທີ່ຕົບ​ແຕ່ງ​ເປັນລາຍ​ສັບສີຟ້າ​ແລະສີ​ບົວ​​ແນວ​ລະ​ເກິ່ງເພື່ອ​ອວຍພອນ​ໃຫ້​ຄົນ​ໂສດ​ຈົ່ງ​ພົບ​ຄູ່​ຊີວິດ​ຢູ່​ແຫ່ງ​ນີ້.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ