ຈີນ​ຄວນ​ສ້າງ​ເສັ້ນ​ທາງ​ຂົນ​ສົ່ງຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຕື່ມ​ອີກ
2017-05-09 11:27:25  cri 
ວັນ​ທີ 8 ພຶດ​ສະ​ພາ​ນີ້, ສະ​ຫະ​ພັນ​ຂົນ​ສົ່ງ​ເສັ້ນ​ທາງ​ສາ​ກົນ​ຫຼື IRU ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​​ໃນ​ຫົວ​ຂໍ້​ "ສ້າງ​ຄວາມ​ສາ​ມາດ​​ບົ່ມ​ຊ້ອນດ້ານ​ການ​ຂົນ​ສົ່ງ​ຂອງ​ເສັ້ນ​ທາງ​ສາ​ກົນ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້ແກ່​ການ​ສ້າງໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂດຍ​ໄດ້ສະ​ເໜີ​ໃຫ້​ຈີນ​ຄວນ​ເລັ່ງ​​ຊຸກ​ຍູ້​ການ​ປະ​ຕິ​ບັດ​ລະ​ບົບ​ຂົນ​ສົ່ງ​ທາງ​ຫຼວງ​ສາ​ກົນ​ຫຼື TIR ເພື່ອ​ສ້າງ​ເປັນ​ເສັ້ນ​ທາງ​ຂົນ​ສົ່ງ​ຢູ່​ລຽບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຕື່ມ​ອີກ ແລະ​ເປັນ​ການຊຸກ​ຍູ້​ການ​ຄ້າໃຫ້​ມີ​ຄວາມ​ສະ​ດວກ ກໍ​ຄື​ການຊຸກ​ຍູ້​ການ​ເຊື່ອມ​ຈອດ​ກັນ.

ທ່ານ ສູ້​ເພີງ​ເສີງ ຜູ້​ຕາງ​ໜ້າ​ຜູ້​ທຳ​ອິດ​ຂອງ​ສຳ​ນັກ​ງານ​ອາ​ຊີ​​ຕາ​ເວັນ​ອອກແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ສະ​ຫະ​ພັນ​ ຂົນ​ສົ່ງ​ເສັ້ນ​ທາງ​ສາ​ກົນ​ກ່າວ​ວ່າ: ປັດ​ຈຸ​ບັນ ​ທົ່ວ​ໂລກ​​ມີ 70 ປະ​ເທດ​ໄດ້​ເຂົ້າ​ຮ່ວມ "ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ທາງ​ຫຼວງ​ສາ​ກົນ" ເຊິ່ງຈີນ​ກໍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສັນ​ຍາ​ດັ່ງ​ກ່າວ. ​ເນື່ອງ​ຈາກຈີນ​​ມີ​ຊາຍ​ແດນ​ຕິດ​ກັບ 14 ປະ​ເທດ ທັງແມ່ນ​ປະ​ເທດ​ທີ່​ມີ​ຊາຍ​ແດນ​ຕິດ​ກັບປະ​ເທດ​​​ຫຼາຍກວ່າ​ໝູ່​ຢູ່​ໃນ​ໂລກ, "​ການ​ປະ​ຕິ​ບັດລະ​ບົບ​ຂົນ​ສົ່ງ​ທາງ​ຫຼວງ​ສາ​ກົນ​ຢູ່​ຈີນ​ຈະ​ຊຸກ​ຍູ້​ໃຫ້​ການຜ່ານ​ດ່ານ​ພາ​ສີ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຢູ່​ລຽບ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງມີ​ຄວາມ​ສະ​ດວກ​, ພ້ອມ​ທັງສ້າງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຂົນ​ສົ່ງ​ບົນ​ເສັ້ນ​ທາງ​ສາ​ກົນ​​ຂອງຈີນ​ຕື່ມ​ອີກ ແລະ​ເປັນ​ສ່ວນ​ສຳ​ຄັນ​ຊ່ວຍ​ການ​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ