ທ່ານ​ນາງ ເສີນ​ເຢ້​ເຢ້ ພົບ​ປະ​ກັບ​ຜູ້​ນຳ​ກຳ​ປູ​ເຈຍ
2017-05-09 15:31:59  cri 
ວັນ​ທີ 8 ພຶດ​ສະ​ພາ​ນີ້, ທ່ານ​ນາງ ເສີນ​ເຢ້​ເຢ້ ຮອງ​ປະ​ທານ​ສະ​ພາປະ​ຊາ​ຊົນ​ແຫ່ງ​ຊາດ​,ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ທົ່ວ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ເມີນ​ຊຳ​ອານ ປະ​ທານ​ສະ​ພາ​ແຫ່ງ​ຊາດ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ.

ໂອ​ກາດ​ດັ່ງ​ກ່າວ,ທ່ານ​ນາງ ເສີນ​ເຢ້​ເຢ້ ໄດ້​ແຈ້ງ​​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ແລະ​ພັດ​ທະ​ນາ​ປະ​ເທດ​ຊາດ​ທີ່​ຈີນ​ຍາດ​ມາ​ໄດ້​ພາຍ​ໃຕ້​ການ​ນຳ​ພາ​ທີ່​ປີ​ຊາ​ສາ​ມາດ​ຂອງ​ພັກ-ລັດ ໂດຍ​ມີທ່ານ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງ​ທີ 18 ເປັນ​ຕົ້ນ​ມາ ​ຂະ​ນະ​ດຽວ​ກັນ​ກໍ​ໄດ້​ກ່າວ​ວ່າ​: ຈີນ​ຍິນ​ດີ​ຮ່ວມ​ກັບ​ກຳ​ປູ​ເຈຍ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງ​ໆ,ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ລະ​ຫວ່າງ​ແມ່​ຍິງ​ຂອງ​ສອງ​ປະ​ເທດ,ຊຸກ​ຍູ້​ສາຍ​ພົວ​ພັນ​ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​​ໃຫຍ່​ຫຼວງກວ່າ​ເກົ່າ,ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນສອງ​ປະ​ເທດ.

ຜູ້​ນຳ​ກຳ​ປູ​ເຈຍໄດ້​ສະ​ແດງ​ຄວາມ​​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນ​າ​ທີ່​ຈີນ​​ຍາດ​ມາໄດ້​ ພ້ອມ​ທັງ​​ກ່າວຂອບ​ໃຈ​​ຈີນ​ທີ່​ໄດ້ຊ່ວຍ​ເຫຼືອ​ປະ​ເທດ​ຕົນ ແລະ​ໄດ້​ຢືນ​ຢັນວ່າ​ຈະ​ສືບ​ຕໍ່​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ