ລັດຖະບານ​ອິນ​ໂດ​ເນ​ເຊຍ​ປະກາດ​ສະຫຼາຍ​ແນວ​ໂຮມ​ປົດ​ປ່ອຍ​ອິດສລາມ
2017-05-09 16:27:36  cri 
ຕາມ​ຂ່າວສານ​ຈີນ: ລັດຖະບານ​ອິນ​ໂດ​ເນ​ເຊຍ​ປະກາດ​ສະຫຼາຍ​​ແນວ​ໂຮມ​ປົດ​ປ່ອຍ​ອິດສລາມ​ຫຼື HTI ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 8 ພຶດສະພາ​ນີ້​ເປັນ​ຕົ້ນ​ໄປ,ຫຼັງ​ເຫັນການ​ເຄື່ອນ​ໄຫວ​ຂອງ​ອົງການ​ດັ່ງກ່າວ​​ເປັນ​​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນຄົງ​​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ.
ທ່ານ​ວິຣັນ​ໂຕ ລັດຖະ​ມົນຕີ​ກະຊວງ​ກົດໝາຍ​ແລະ​ຄວາມ​ໝັ້ນຄົງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,ການ​ເຄື່ອນ​ໄຫວ​ຂອງ HTI ​ໄດ້​ພາ​ໃຫ້​ສັງຄົມ​ເກີດ​ການ​ປະ​ທະ​ກັນ​ມາ​ໂດຍຕະຫຼອດ​ແລະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ສະຫຼາຍອົງການ​ດັ່ງກ່າວ​.
ກ່ອນ​ໜ້າ​ນີ້,​ເຈົ້າ​ໜ້າ​ທີ່​ຕຳຫຼວດອິນ​ໂດ​ເນ​ເຊຍ​​ໄດ້​ປະຕິ​ເສດ​ບໍ່​ອະນຸຍາດ​ໃຫ້​ຈັດ​ກິດຈະກຳ​ຕ່າງໆ​ທີ່ HTI ຂໍຮ້ອງ​​ເນື່ອງ​ຈາກ​ກິດຈະກຳ​ເຫຼົ່ານີ້​​ໄດ້​ເນັ້ນ​ເພື່ອ​ບັນລຸ​ການ​ສ້າງ​ຕັ້ງ​ລັດຖະບານ​ຕາມ​ຄຳ​ພີ​ສາສະໜາ​ອິດສລາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ