ມີ​ນັກ​ໂທດ 200 ຄົນ​ຍັງໂຕນ​ໜີ​ຫຼງ​ແຫກ​ຄຸກ​ຢູ່​ອິນ​ໂດ​ເນ​ເຊຍ
2017-05-09 16:39:27  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ເຈົ້າ​ໜ້າ​ທີ່​ຕຳຫຼວດອິນ​ໂດ​ເນ​ເຊຍຢືນຢັນ​ວ່າ,ຮອດ​ວັນ​ທີ 7 ພຶດສະພາ​ນີ້ ນັກ​ໂທດ 442 ຄົນ​ທີ່​ແຫກ​ຄຸກ​​ເປ​ກັນ​ບາຣູ​ຢູ່ແຂວງຣີ​ໂອ​ນັ້ນສາມາດ​ຈັບ​ໄດ້​ 242 ຄົນ​​ແລະ​ນຳ​ມາ​ຂັງ​ຕໍ່​​ໃນ​ຄຸກ​ແລ້ວຂະນະ​ທີ່​ອີກ 200 ຄົນ​ຍັງ​ໂຕນ​ໜີ​ຢູ່​​ເຊິ່ງນອກຈາກສືບ​ຕໍ່​ເພີ່ມ​​ການ​ໄລ່​ຈັບ​ແລ້ວ,ຍັງ​ຈະ​ປັບປຸງ​​ຄຸກ​ທີ່ຂາດ​ມາດຕະຖານ​ໃນ​ທົ່ວປະ​ເທດຢ່າງ​ເຂັ້ມ​ງວດ.
ສື່​ທ້ອງ​ຖິ່ນ​ລາຍ​ງານ​ໃນ​ວັນ​ທີ​ 8 ພຶດສະພາ​ນີ້​ວ່າ,ທ່ານ​ວິຣັນ​​ໂຕ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແລະ​ກົດໝາຍ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ໃນ​ຄຸກ​ທີ່ມີ​ນັກ​ໂທດ​ເກີນ​ຄວາມ​ສາມາດ​ຮອງ​ຮັບ​ຄື​ສາ​ເຫດ​​ເຮັດ​ໃຫ້ນັກ​​ໂທດ​ແຫກ​ຄຸກ​ໃນ​ເທື່ອ​ນີ້​​​ເຊິ່ງກະຊວງ​ຕົນ​ຈະ​ສ້າງ​ຄຸກ​ໃຫ້ຫຼາຍກວ່າ​ເກົ່າ.​ແນວ​​ໃດ​ກໍ​ດີ,ນັກ​​ໂທດ​ຫຼາຍຄົນ​ທີ່​ຖືກນຳ​ຈັບ​​ມາ​ໄດ້ນັ້ນ​ເວົ້າ​ວ່າ,ການ​ທີ່​ພວກ​ຕົນ​ໂຕນ​ໜີ​​ນັ້ນຍ້ອນ​ບໍ່​ໄດ້​ຮັບ​ການ​ປະຕິບັດ​ຕາມ​ລະບຽບ​ການ​ດີ​ເທົ່າ​ທີ່​ຄວນ​ແລະ​ທົນ​ຕໍ່​ການ​ເກັບ​ເງິນ​ທີ່​ຜິດ​ກົດໝາຍ​ບໍ່​ໄດ້.
ຂ່າວ​ແຈ້ງວ່າ: ​ໃນວັນ​ທີ 5 ​ເດືອນ​ດຽວ​ກັນ​​ໄດ້​ເກີດ​ເຫດການ​ແຫກຄຸກ​​ຢູ່​ເມືອງ​​ເປ​ກັນ​ບາຣູ   ​ແຂ​ວງຣິ​ໂອ​ປະ​ເທດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ