ສ​ເກົາຫຼີ​ເປີດ​ຫີບເລືອກ​ຕັ້ງ​ປະທານາທິບໍດີ​
2017-05-09 17:11:18  cri 
​ຕາມ​ຂ່າວສານ​ຊິນ​ຮວາ: ສ​ເກົາຫຼີ​ເປີດ​ຫີບ​ເລືອກ​ຕັ້ງ​ປະທານາທິບໍດີ​ຊຸດ​ທີ 19 ​ແລ້ວ​ໃນ 6 ​ໂມງ​ເຊົ້າ​ວັນ​ທີ 9 ພຶດສະ​ພາ​ນີ້,​ໂດຍ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ໄປ​ລົງ​ຄະ​ແນນ​ສຽງຢູ່​ໜ່ວຍ​ເລືອກ​ຕັ້ງ 13.964 ​ບ່ອນ​ໃນ​ທົ່ວ​ປະ​ເທດ.
​ການ​ລົງ​ຄະ​ແນນ​ສຽງ​​ເລືອກ​ຕັ້ງ​​ເລີ່​ມ​ແຕ່ 6 ​ໂມງ​​ເຊົ້າ​ຫາ 8 ​ໂມງ​ແລງ​ຂອງ​ວັນ​ທີ 9 ພຶດສະພາ​ນີ້​ຕາມ​ເວລາ​ສ​ເກົາຫຼີ​ໂດຍ​​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຖື​ບັດປະຈຳ​ໂຕ​ໄປ​ລົງ​ຄະ​ແນນ​ສຽງ​ຢູ່​ເຂດ​ເລືອກ​ຕັ້ງ​ທີ່​ຕົນ​ອາ​ໄສຢູ່.
ການ​ເລຶອກຕັ້ງ​ຄັ້ງ​ນີ້​ໄດ້​ມີ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ 15 ທ່ານ​ລົງຊິງ​ໄຊ​ແຕ່​ກໍ​ມີ​ສອງ​ທ່ານ​ໄດ້​ປະກາດ​ຖອນ​ອອກ​ຈາກ​ການ​ເລືອກ​ຕັ້ງ​ໃນ​​​ໂຄ້ງສຸດ​ທ້າຍ.​ແນວ​ໃດ​ກໍ​ດີ,​ໃນ​ການ​ສຳ​ຫຼວດກ່ອນ​ການ​ເລືອກ​ຕັ້ງ​ໂດຍ​ອົງການ​ສຳ​ຫຼວດປະຊາ​ຊົນ​ສ​ເກົາຫຼີນັ້ນ,ທ່ານ​ມູນ​ເຈ​ອິນ​ມີ​ຄ​ະ​ແນນ​ປະມານ 40%​ເຊິ່ງຖິ້ມ​ຫ່າງ​ທ່ານ​ອັນ​ຊົນ​ຊູ​ແລະ​ທ່ານ​ຮົງ​ຈູ​ນ​ໂປ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ປະມານ20%​ແລະ​ກາຍ​ເປັນ​ຜູ້​ສະໝັກ​ຮັບ​ເລຶອກຕັ້ງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍທີ່​ສຸດ​​ໃນການ​ເລືອກຕັ້ງ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ