ຟີ​ລິບ​ປິນຄອງຄອຍ​ເສີມ​ຂະຫຍາຍ​ບົດບາດ​ຊຸມ​ທາງ​​ການ​ຄ້າ​ລະຫວ່າງ​ຕາ​ເວັນ​ອອກ​ກັບ​ຕາ​ເວັນ​ຕົກ
2017-05-09 10:27:04  cri 
ຕາມ​ຂ່າວສານ​ຊິນຮວາ: ທ່ານ​ໂຮ​ເບ​ສ​ເປຍ ​ໂບລີ​ວາ ຜູ້​ວ່າການ​ແທນ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 8 ​ເດືອນ​ນີ້​ວ່າ, ລັດຖະບານ​ຟີ​ລິບ​ປິນ​ໄດ້​ຕິດຕາມ​ຂໍ້​ລິ​ເລີ່​ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ​" ຂອງ​ຈີນ ​ກໍ​ຫວັງ​ຈະ​ເສີມ​ຂະຫຍາ​ຍບົດບາດ​ຊຸມ​ທາງ​​ການ​ຄ້າ​ລະຫວ່າງ​ຕາ​ເວັນ​ອອກ​ກັບ​ຕາ​ເວັນ​ຕົກ​ອີກ​ເທື່ອ​ໜຶ່ງ ກໍ​ຄື​ການ​ເຄີຍ​​ເສີມ​ຂະຫຍາ​ຍບົດບາດ​ສຳຄັນ​ໃນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ບູຮານ​ໃນ​ສະຕະວັດ​ທີ 16.

ທ່ານ​ໂບລີ​ວາ​ຍັງ​ໄດ້​ແຈ້ງ​ກຳນົດ​ການຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ຂອງ​ທ່ານ​ດູ​ເຕີ​ເຕວ່າ, ທ່ານ​ດູ​ເຕີ​ເຕຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອ​ດ ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ໂຕະມົນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ການກໍ່ສ້າງ​ພື້ນຖານ​​ໂຄງລ່າງ, ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ, ການ​ແລກປ່ຽນ​ ​ວັດທະນະທຳ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​, ການ​ຮ່ວມ​ມື​ທາງ​ທະ​ເລ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ