​​ໄທ​ຫວັງ​​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ​ຮົງ​ກົງ​ແລະ​ຊຽງ​ໄຮ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-05-09 10:30:43  cri 
ຕາມ​ຂ່າວ​ສານ​ຈີນ: ກອງ​ປະຊຸມ​ສຳ​ມະ​ນາຄູ່​ຍຸດ​ທະ​ສາດ​ພາຍ​ໃຕ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​ໄທ-ຮົງ​ກົງ-ຊຽງ​ໄຮ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 8 ​ເດືອນ​ນີ້ ​ໂດຍຜູ້​ເຂົ້າ​ຮ່ວມກອງ​ປະຊຸມ​ໄດ້​ລົງ​ເລິກ​ປຶກສາ​ຫາລື​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ, ຊຸກຍູ້​ການ​ຄ້າ​, ການ​ລົງທຶນ ​ແລະ​ອື່ນໆ.

ທ່ານ​ສົມ​ຄິດ ຈະຕຸ​ສີ​ພິທັດ ຮອງ​ນາຍົກລັດຖະມົນຕີ​ໄທກ່າວ​ວ່າ, ​ເມື່ອຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​​ໄທກໍ​ຕ້ອງ​ກຳ​ໂອກາດ ​ເພື່ອ​ເພີ່ມ​ຄວາມ​ສາມາດ​ຕົວ​ຈິງ​ຂອງຕົນ, ທັງ​ຈະຕັ້ງໜ້າ​ຊຸກຍູ້​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນພາກ​ພື້ນ ​ແລະ​ພະຍາຍາມສ້າງ​ປະ​ເທດ​ຕົນ​ໃຫ້​ກາຍ​ເປັນ "ຂົວ​ຕໍ່" ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ ​ເພື່ອ​ບັນລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານສົມ​ຄິດ​ກ່າວ​ຕື່ມ​ວ່າ, ລັດຖະບານ​ໄທ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນທາງ" ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ແລະ​ຈະ​ສົ່ງ​ລັດຖະມົນຕີ 6 ທ່ານ​ເຂົ້າ​ຮ່ວມ​ປ​ະຊຸມດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ