ການ​ຊ້ອມ​ຮົບ​ຮ່ວມປະຈຳ​ປີ "ຄຽງ​ບ່າ​ຄຽງ​ໄຫຼ່"ລະຫວ່າງຟີ​ລິບ​ປິນ​ແລະ​ອາ​ເມ​ລິ​ກາ​ມີ​ຂະໜາດ​ນ້ອຍ​ລົງ
2017-05-09 15:58:12  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ເຈົ້າ​ໜ້າ​ທີ່ທະຫານ​ຟີ​ລິບປິນ​ເປີດ​ເຜີຍວ່າ, ການ​ຊ້ອມ​ຮົບ​ຮ່ວມ"ຄຽງ​ບ່າ​ຄຽງ​ໄຫຼ່"ລະຫວ່າງຟີ​ລິບ​ປິນ​ແລະ​ອາ​ເມ​ລິ​ກາ​ 2017 ​​ໄດ້​​ເລີ່​ມຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າວັນ​ທີ 8 ​ເດືອນ​ນີ້ ​ແລະ​ມີ​ຂະໜາດ​ນ້ອຍ​ກວ່າ​ປີຜ່ານມາ ​ເຊິ່ງຈະ​ເນັ້ນ​ໃສ່​ການ​ຊ່ວຍ​ເຫຼື​ອດ້ານມະນຸດ​ສະ​ທຳ, ການກູ້​ໄພ ​ແລະ​ການຕ້ານ​ການ​ກໍ່​ການ​ຮ້າຍ​ເທົ່າ​ນັ້ນ.

ນີ້​ແມ່ນການ​ຊ້ອມ​ຮົບ​ຮ່ວມ "ຄຽງ​ບ່າ​ຄຽງ​ໄຫຼ່" ​​ເປັນ​ຄັ້ງທຳ​ອິດລະຫວ່າງ​ຟີ​ລິບ​ປິນ​ແລະ​ອາ​ເມ​ລິ​ກາ ພາຍຫຼັງທ່ານ​ດູ​ເຕີ​ເຕດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຟີ​ລິບ​ປິນ​​​ເມື່ອເດືອນ​ມິຖຸນາ​ປີຜ່ານມາ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ