ປາແລັສຕິນ​ແລະອິສຣາແອນຈະ​ຮ່ວມເຈລະຈາສັນຕິພາບ
2017-05-10 15:07:53  cri 
ທ່ານອາບັສ ປະທານາທິບໍດີປາແລັສຕິນກ່າວຢືນຢັນໃນວັນທີ 9 ພຶດສະພານີ້ວ່າ: ຈາກການໄກ່ເກ່ຍຂອງອາເມລິກາ, ຕົນພ້ອມຈະຮ່ວມກັບທ່ານ​ເບັນ​ຈາ​ມິນ ເນຕັນຢາຮູ ນາຍົກລັດຖະມົນຕີອິສຣາແອນດຳເນີນການເຈລະຈາສັນຕິພາບ.

ທ່ານ​ອາບັສ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​​ໂອກາດຖະແຫຼງຂ່າວຮ່ວມຕໍ່ສື່ມວນຊົນຢູ່​ທຳນຽບປະທານາທິບໍດີຫຼັງພົບ​ປະ​ກັບ​ທ່ານ​ແຟຣງ ວອນ​ເຕີ ສະ​ຕຽນ​ເມ​ເອີ ປະທານາທິບໍດີ​ເຢຍລະ​ມັນ​ໃນ​ໂອກາດ​ເດີນທາງ​ຢ້ຽມຢາມປະ​ເທດ​ຕົນ ​ວ່າ, ​ໂອກາດ​ ​ພົບ​ປະ​ກັບ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ຢູ່​ນະຄອນຫຼວງ​ວໍຊິງ​ຕັນ​ປະ​ເທດ​ດັ່ງກ່າວ, ຕົນ​ກໍ​ໄດ້​ຢືນຢັນ​ຈຸດ​ຢືນທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຄື​ໃນ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​ແລັສຕິນ-ອິສຣ​າ​ແອນ​ທີ່​ລິ​ເລີ່​ມ​ໂດຍ​ອາ​ເມ​ລິ​ກາ​ນັ້ນກໍພ້ອມ​ແລ້ວ​ທີ່ຈະ​ພົບ​ປະ​ແລະ​ຮ່ວມ​ມື​ກັບ​ທ່ານ​ເນ​ຕັນ​ຢາ​ຮູ.

ທ່ານ​ສະ​ຕຽນ​ເມ​ເອີ ກ່າວ​ວ່າ: ​ແຜນການສ້າງ​ເປັນ​ສອງ​ປະ​ເທດ​ເປັນ​ທາງ​ເລືອກ​ພຽງ​ໜຶ່ງດຽວ ​ແລະ​ຫວັງ​ວ່າ​ບັນດາ​ຝ່າຍ​ທີ່ກ່ຽວຂ້ອງ​ຈະພະຍາຍາມ​ຮ່ວມ​ກັນ​​ເພື່ອ​ສົ່ງ​ເສີມ​ໃຫ້​ບັນລຸ​ແຜນການ​ດັ່ງກ່າວ. ​ແນວ​ໃດ​ກໍ​ດີ, ຕົນ​ດີ​ໃຈ ​ທີ່​ໄດ້​ເຫັນ​ລັດຖະບານ​ອາ​ເມ​ລິ​ກາ​ຕິດ​ຕໍ່​ພົວພັນ​ທັງອິສຣາ​ແອນ​ແລະ​ປາ​​ແລັສຕິນ ​ແລະ​ຫວັງ​ຈະ​ໄດ້​ເຫັນ​ການ​ເປີດ​ການ​ເຈ​ລະ​ຈາ​ສັນຕິພາບ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ