ໄຕ້​ຫວັນ​ຕ້ອງ​ປະຕິບັດ​ຫຼັກການ​ປະ​ເທດ​ຈີນ​ດຽວ​​ເມື່ອເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ
2017-05-10 16:19:15  cri 

ທ່ານ​ເກິ​ງສວາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນຢືນຢັນ​ໃນ​ວັນ​ທີ 9 ພຶດສະພາ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ​ໃນ​ກໍລະນີ​ທີ່ໄຕ້​ຫວັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໃຫຍ່​ອົງການ​ອະນາ​ໄມ​ໂລກນັ້ນ, ມີ​ພຽງ​ແຕ່​ຮັບຮອງ​ຫຼັກການ​ປະ​ເທດ​ຈີນ​ດຽວ​ເທົ່າ​ນັ້ນຈິ່ງ​ຈະ​ສາມາດ​ປຶກສາ​ຫາລື​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ນີ້​ໄດ້.

ຕາມ​ຂ່າວ​ແຈ້ງວ່າ: ມາ​ເຖິງມື້​ສຸດ​ທ້າຍ​ຂອງ​ການສະ​ເໜີ​ໂຕ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ອົງການ​ອະນາ​ໄມ​ໂລກ​ຄັ້ງ​ທີ 70 ​ໄດ້​ຜ່ານ​ໄປ​ແລ້ວ, ​ແຕ່​ໄຕ້​ຫວັນກໍ​ບໍ່​ໄດ້​ຮັບ​ຄຳ​ເຊີນ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ. ຈາກ​ນີ້,ທ່ານ​ເກິ​ງສວາງຈິ່ງ​ເນັ້ນ​ວ່າ: ດ້ວຍເງື່ອນ​ໄຂ​ເບື້ອງຕົ້ນ​ທີ່​ຖືກຕ້ອງ​ຕາມ​ຫຼັກການ​ປະ​ເທດ​ຈີນ​ດຽວ, ລັດຖະບານ​ຈີນ​ໄດ້​ກຳນົດ​ດ້ວຍ​ຄວາມເໝາະ​ສົມ​​ໃນ​ການຮ່ວມ​ວຽກ​ງານ​ສາທາລະນະ​ສຸກ​ໂລກຂອງ​ໄຕ້​ຫວັນ​ເຊິ່ງ​ໄຕ້​ຫວັນ​ແລະ​ອົງການ​ອະນາ​ໄມ​ໂລກ​ພ້ອມດ້ວຍ​ບັນດາ​ປະ​ເທດ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ດ້ວຍ​ກັນເປັນ​ຢ່າງ​ດີ​ແລະ​ມີ​ກົນ​ໄກ​ການຈັດ​ຕັ້ງປະຕິບັດທີ່ສົມບູນ. ສະ​ນັ້ນ, ຖ້ອຍ​ທຳນອງ​ທີ່​ວ່າ "ກະທົບ​ເຖິງ​ສິດ​​ໃນ​ການ​ເຂົ້າ​ເຖິງສຸຂະພາບ​ຂອງ​ປະຊາຊົນ​ໄຕ້​ຫວັນ"ກໍ​ຄື"ລະບົບສາທາລະນະ​ສຸກ​ແລະການ​ປ້ອງ​ກັນ​ພະຍາດຂອງ​ໂລກ​ທີ່ບໍ່​ສົມບູນ"ນັ້ນ​ຖື​ວ່າບໍ່​ຖືກຕ້ອງ​ຕາມ​ຄວາມ​ຈິງ​​ແຕ່ປະການໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ