ສິລະ​ປະການແກະສະຫຼັກ​ໄມ້​ອ່ອນທີ່​ປານີດ​ຢູ່ເມືອງ​ຟູ​ໂຈ່​ວ
2017-05-10 16:58:18  cri 

ວັນ​ທີ 9 ພຶດສະພາ​ນີ້, ນັກ​ຂ່າວ​ໄດ້​ເດີນທາງ​ໄປ​ເກັບ​ກຳ​ຂ່າວ​ຢູ່​ສູນ​ຜະລິດ​​ຫັດຖະກຳ​ແກະສະ​ຫຼັກ​ໄມ້​ອ່ອນ​ຂອງ​ທ່ານ​ອູ​ຈື່​ເຊິ່ງ ຜູ້​ສືບ​ທອ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ແຫ່ງ​ຊາດທີ່​ໂດດ​ເດັ່ນ​ແລະ​ເປັນຜູ້​ສືບ​ທອດ​ຮຸ່ນ​ທີ 4 ​ໃນ​ຕະ​ກຸນ​ອູ​ທີ່​ເປັນ​ນາຍ​ຊ່າງແກະສະຫຼັກ​ໄມ້​ອ່ອນ​ເມືອງ​ຟູ​ໂຈ່​ວ ​ແຂວງ​ຟູ​ຈ້ຽນ ພາກ​ຕາ​ເວັນ​ອອກສຽງ​ໃຕ້ ສປ ຈີນ. ກ່າວ​ກັນ​ວ່າ:ນັບ​ແຕ່​ທ່ານ​ເສິນ​ຢຸ້ນຊຸນ ຊາວ​ຟູ​ໂຈ່​ວປະດິດ​ສ້າງ​ຫັດຖະກຳ​ແກະສະຫຼັກ​ໄມ້​ອ່ອນ​ຜົນງານທຳ​ອິດ​ເມື່ອ​ປີ 1914 ຈົນມາ​ຮອດ​ປັດຈຸບັນ ຖື​ວ່າສິລະ​ປະການ​ແກະສະ​ຫຼັກ​ໄມ້​ອ່ອນ​ເມືອງ​ຟູ​ໂຈ່​ວ​ໄດ້​ມີ​ປະຫວັດ​ມາ​ເປັນ​ເວລາກວ່າ 100 ປີ​ແລ້ວ. ​ການ​ແກະສະຫຼັກ​ໄມ້​ອ່ອນ​ຟູ​​ໂຈ່​ວ​ໄດ້​ສ້າງ​ຊື່​ສຽງ​ໂດ່​ງດັງ​​​ໄປ​ທົ່ວ​ໂລກ​​ເນື່ອງ​ຈາກ​ໄດ້​ຮັບ​ສົມ​ຍາ​ນາມ​ "ກະວີ​ງຽບ" ​ແລະ​ຈີນ​ໄດ້​ຈັດ​ເອົາສິລະ​ປະ​ດັ່ງກ່າວ​ນີ້​ເຂົ້າ​ເປັນ​ມໍລະດົກ​ທີ່​ບໍ່​ແມ່ນ​ວັດຖຸລະດັບ​ຊາດຊຸດ​ທີ 2 ​ໃນ​ປີ 2008.

1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ